• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບສະມາຄົມນັກທຸລະກິດຍິງ ຫວຽດນາມ

ທ່ານໄດ້ເນັ້ນໜັກເຖິງບັນດາການປະກອບສ່ວນທີ່ສຳຄັນ, ຍືນຍົງ, ເປັນໜ້າປະທັບໃຈຂອງສະມາຄົມນັກທຸລະກິດຍິງ ແລະ ບັນດານັກທຸລະກິດຍິງ ຫວຽດນາມ ເຂົ້າໃນບັນດາຜົງານລວມຂອງປະເທດໃນຫຼາຍປີຜ່ານມາ.
ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ພົບປະກັບບັນດານັກທຸລະກິດຍິງດີເດັ່ນ (ພາບ: TTXVN)

ຕອນບ່າຍວັນທີ 05 ຕຸລາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບບັນດານັກທຸລະກິດຍິງດີເດັ່ນທີ່ມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ, ເຊິ່ງແມ່ນສະມາຊິກ ສະມາຄົມນັກທຸລະກິດຍິງ ຫວຽດນາມ (VAWE).

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງຄຳອວຍພອນເຖິງບັນດາຜູ້ແທນ ແລະ ນັກທຸລະກິດຍິງໃນທົ່ວປະເທດ, ທ່ານໄດ້ເນັ້ນໜັກເຖິງບັນດາການປະກອບສ່ວນທີ່ສຳຄັນ, ຍືນຍົງ, ເປັນໜ້າປະທັບໃຈຂອງສະມາຄົມນັກທຸລະກິດຍິງ ແລະ ບັນດານັກທຸລະກິດຍິງ ຫວຽດນາມ ເຂົ້າໃນບັນດາ ຜົນງານລວມຂອງປະເທດໃນຫຼາຍປີຜ່ານມາ, ກໍຄືໃນການປະຕິບັດເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງ ໃນປີ 2045.  

ດ້ວຍອັດຕາສ່ວນແມ່ຍິງກວມເອົາ 50% ຈຳນວນພົນລະເມືອງ ຫວຽດນາມ ແລະ ປະມານ 50% ຈຳນວນກຳລັງແຮງງານ, ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ຮູ້ວ່າ: ຈຳນວນນັກທຸລະກິດຍິງ 8.000 ຄົນທີ່ເຂົ້າຮ່ວມ VAWE ຍັງບໍ່ທັນສ່ອງແສງ ກຳລັງບົ່ມຊ້ອນຂອງນັກທຸລະກິດຍິງ ຫວຽດນາມ ໄດ້ໝົດເທື່ອ. ສະນັ້ນ, ທ່ານປະທານປະເທດສະເໜີໃຫ້ສະມາຄົມຂະຫຍາຍເຄືອຂ່າຍອອກທົ່ວ 63 ແຂວງ, ນະຄອນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top