• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດ ຫງວຽນຊວັນຟຸກ: ນຳແຂວງ ແທັງຮວາ ກາຍເປັນແຂວງແບບຢ່າງ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດານັກວິທະຍາສາດໄດ້ກຳນົດຊື່ເຂດດິນແດນ “ແທັງຮວາ” ມີມາແຕ່ປີ 1029, ສະໄໝເຈົ້າຊີວິດ ຫຼີທາຍຕົງ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດານັກວິທະຍາສາດໄດ້ກຳນົດຊື່ເຂດດິນແດນ “ແທັງຮວາ” ມີມາແຕ່ປີ 1029, ສະໄໝເຈົ້າຊີວິດ ຫຼີທາຍຕົງ.

   

ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບຄະນະປະຈຳພັກແຂວງ ແທັງຮວາ

(ພາບ: TTXVN)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ແຂວງ ແທັງຮວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ແທັງຮວາ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ບັນດານັກວິທະຍາສາດໄດ້ກຳນົດຊື່ເຂດດິນແດນ “ແທັງຮວາ” ມີມາແຕ່ປີ 1029, ສະໄໝເຈົ້າຊີວິດ ຫຼີທາຍຕົງ. ສະນັ້ນ, ຍັງອີກ 7 ປີແມ່ນຄົບຮອບ 1.000 ປີແຫ່ງການກຳເນີດແຂວງ ແທັງຮວາ, ເຊິ່ງແມ່ນເຂດ “ດິນແດນທີ່ສັກສິດ, ເກັ່ງກ້າສາມາດ”, ມີມູນເຊື້ອປະຫວັດສາດອຸດົມສົມບູນ, ຕິດພັນກັບການພັດທະນາຂອງປະເທດຊາດ.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ແທັງຮວາ, ຕ້ອງບຸກທະລຸຢ່າງຮອບດ້ານ, ເພື່ອໃຫ້ແຂວງ ແທັງຮວາ ປະຕິບັດຄວາມຄາດຫວັງຂອງປູ່ຍ່າຕາຍາຍ ແລະ ຄວາມປາດຖະໜາຂອງປະທານ ໂຮ່ຈີມິນ, ນຳແຂວງ ແທັງຮວາ ໃຫ້ກາຍເປັນແຂວງ ແບບຢ່າງ ໃນປີ 2029.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.

Top