• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ຢ່າງ​ຂ້ຽວ​ຂາດ

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Dương Giang/TTXVN)

ຕອນເຊົ້າວັນທີ 30 ມັງກອນ, ເມື່ອກ່າວຄຳເຫັນສະຫຼຸບວາລະປະຊຸມຄັ້ງທີ 23 ຂອງຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມການຂົນສົ່ງ (ເອີ້ນຫຍໍ້ວ່າຄະນະຊີ້ນຳ)  ໂດຍຖືກຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 27 ແຂວງ, ນະຄອນທີ່ມີໂຄງການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ໄດ້ຊີ້ແຈ້ງບຸລິມະສິດຜັນຂະຫຍາຍໂຄງການທາງບົກເສັ້ນທາງຄວາມໄວສູງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງເຂດຊາຍແດນທາງທິດເໜືອ, ໄຕງວຽນ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບ ຈີນ, ລາວ, ກຳປູເຈຍ.

ບັນຍາກາດຂອງກອງປະຊຸມ (ພາບ: Dương Giang/TTXVN)

ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ. ການນຳຫຼັກແຫຼ່ງທຸກຂັ້ນຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີການສຳຫຼວດ, ກວດກາ, ເລັ່ງລັດ, ຊີ້ນຳບັນດາແຜນການ, ໂຄງການຈຸດສຸມ, ສຳຄັນ ກ່ຽວກັບຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ ຮັບປະກັນຮອດປີ 2030, ບັນລຸເປົ້າໝາຍກໍ່ສ້າງສຳເລັດ 5.000 ກິໂລແມັດ ທາງບົກ ຕາມມະຕິຂອງກອງປະຊຸມໃຫຍ່ຂອງພັກໄດ້ວາງອອກ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ລາວ

ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະນຳພາຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ລາວ ໃນວັນທີ 05 ກຸມພາ 2026.

Top