ຂ່າວສານ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ສຳ​ຄັນ​ຢ່າງ​ຂ້ຽວ​ຂາດ

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: Dương Giang/TTXVN)

ຕອນເຊົ້າວັນທີ 30 ມັງກອນ, ເມື່ອກ່າວຄຳເຫັນສະຫຼຸບວາລະປະຊຸມຄັ້ງທີ 23 ຂອງຄະນະຊີ້ນຳແຫ່ງລັດ ບັນດາກິດຈະກຳ, ໂຄງການສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມການຂົນສົ່ງ (ເອີ້ນຫຍໍ້ວ່າຄະນະຊີ້ນຳ)  ໂດຍຖືກຈັດຂຶ້ນແບບທາງໄກເຊື່ອມຕໍ່ກັບ 27 ແຂວງ, ນະຄອນທີ່ມີໂຄງການ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳ, ໄດ້ຊີ້ແຈ້ງບຸລິມະສິດຜັນຂະຫຍາຍໂຄງການທາງບົກເສັ້ນທາງຄວາມໄວສູງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ບັນດາແຂວງເຂດຊາຍແດນທາງທິດເໜືອ, ໄຕງວຽນ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບ ຈີນ, ລາວ, ກຳປູເຈຍ.

ບັນຍາກາດຂອງກອງປະຊຸມ (ພາບ: Dương Giang/TTXVN)

ໃນວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ມີສິດອຳນາດທີ່ໄດ້ຮັບການມອບໝາຍໜ້າທີ່ ເປັນເຈົ້າການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໃນທັນທີ. ການນຳຫຼັກແຫຼ່ງທຸກຂັ້ນຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີການສຳຫຼວດ, ກວດກາ, ເລັ່ງລັດ, ຊີ້ນຳບັນດາແຜນການ, ໂຄງການຈຸດສຸມ, ສຳຄັນ ກ່ຽວກັບຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ ຮັບປະກັນຮອດປີ 2030, ບັນລຸເປົ້າໝາຍກໍ່ສ້າງສຳເລັດ 5.000 ກິໂລແມັດ ທາງບົກ ຕາມມະຕິຂອງກອງປະຊຸມໃຫຍ່ຂອງພັກໄດ້ວາງອອກ.


top