ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ລັດເຊຍ ແລະ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ຕອນບ່າຍວັນທີ 1 ເມສາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Gennady Bezdetko ເອກອັກະຄັດຖະທູດ ລັດເຊຍ ປະຈຳ ຫວຽດນາມ ແລະ ທ່ານ Choi Young Sam ເອກອັກະຄັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ.
ທີ່ການຕ້ອນຮັບທ່ານ Gennady Bezdetko ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ , ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ສອງຝ່າຍຄວນຊຸກຍູ້ການຜັນຂະຫຍາຍໝາກຜົນຂອງການຢ້ຽມຢາມທາງການສະຫະພັນລັດເຊຍຄັ້ງທີຜ່ານມາຂອງນາຍົກລັດຖະມົນຕີ ໂດຍໄວ. ໃນນັ້ນ, ກ່ຽວກັບການເມືອງ, ຄວນຊຸກຍູ້ ແລະ ກະກຽມບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ, ແລກປ່ຽນການພົບປະທຸກຂັ້ນ, ໃນຊ່ອງທາງທີ່ແຕກຕ່າງກັນ ແລະ ກະກຽມຈັດກອງປະຊຸມຄັ້ງຕໍ່ໄປຂອງຄະນະກຳມະການລະຫວ່າງລັດຖະບານສອງປະເທດ ໃນປີ 2026.
ທີ່ການຕ້ອນຮັບທ່ານ ທ່ານ Choi Young Sam ເອກອັກະຄັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເພື່ອສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ, ສອງຝ່າຍຄວນຊຸກຍູ້ວົງເງິນການຄ້າບັນລຸລະດັບ 100 ຕື້ USD ແລະ ມຸ່ງໄປເຖິງເປົ້າໝາຍ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງໂດຍໄວ, ສົ່ງເສີມວິສາຫະກິດສ.ເກົາຫລີເປີດກວ້າງການລົງທຶນເຂົ້າບັນດາຂົງເຂດເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີຫຼັກ, ພະລັງງານທົດແທນ… ພິເສດ, ຕໍ່ໜ້າການຜັນແປຄວາມໝັ້ນຄົງທີ່ສັບສົນຢູ່ພາກພື້ນຕາເວັນອອກກາງ, ທ່ານນາຍົກລັດຖະມົນຕີ ສະເໜີສອງປະເທດ ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ, ພິເສດແມ່ນບັນຫາຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ.








