ຈາກມະຫາວິທະຍາໄລ 8 ແຫ່ງໃນທົ່ວປະເທດ ໄທ, ບັນດາຜູ້ເຂົ້າຮ່ວມການເສັງໄດ້ນຳເອົາ “ເລື່ອງລາວ ຫວຽດນາມ” ສະເພາະຂອງຕົນມາເຂົ້າຮ່ວມ.
(ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ແລະ ນັກສຶກສາທີ່ການເສັງ)
ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (1976 -2026), ວັນທີ 31 ມີນາ, ຮອບຊິງຊະນະເລີດການເສັງເວົ້າພາສາ ຫວຽດ ດ້ວຍຫົວຂໍ້ “ເລື່ອງລາວ ຫວຽດນາມ ຂອງຂ້າພະເຈົ້າ” ໄດ້ຈັດຂຶ້ນຢູ່ທ່າມກາງນັກສຶກສາບັນດາມະຫາວິທະຍາໄລຢູ່ ໄທ.
ຈາກມະຫາວິທະຍາໄລ 8 ແຫ່ງໃນທົ່ວປະເທດ ໄທ, ບັນດາຜູ້ເຂົ້າຮ່ວມການເສັງໄດ້ນຳເອົາ “ເລື່ອງລາວ ຫວຽດນາມ” ສະເພາະຂອງຕົນມາເຂົ້າຮ່ວມ. ການເສັງດ້ວຍການສະແດງເປັນຫຼາຍຮູບຫຼາຍແບບຄື ດີດພິນສາຍດຽວ (ພິນ ເບົ່າ), ຟ້ອນຕຸກກະຕາ “ເຕິມກາມ” ຕະຫຼອດຮອດການແບ່ງປັນ “ນ້ຳປາ ຝູກວັກ” ຫຼື “ແນວຄິດຄອບຄົວຊາວ ຫວຽດນາມ”.
ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ, ເນັ້ນໜັກວ່າ:
“ພວກເພື່ອນໄດ້ນຳເອົາບັນດາສີສັນທີ່ອຸດົມສົມບຸນມາເວທີສະແດງໃນມື້ນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ພ້ອມກັບບັນດາເອກະສານຮ່ວມມື, ບັນດາການເຄື່ອນໄຫວພົບປະແລກປ່ຽນທີ່ໃກ້ຊິດຄືແນວນີ້ຈະເປັນປັດໄຈເຮັດໃຫ້ການພົວພັນລະຫວ່າງ 2 ປະເທດມີຄວາມສະໜິດຕິດພັນ ແລະ ຍືນຍົງກວ່າ”.
່(ແຫຼ່ງຄັດຈາກ VOV)