• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ: ຫວຽດນາມ ບໍ່ມີວັນທີ່ຈະຜ່ອນສັ້ນຜ່ອນຍາວຕໍ່ທຸກສິ່ງທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ

ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສະພາບການຢູ່ເຂດທະເລຕາເວັນອອກ ຜັນແປຢ່າງສັບສົນ, ໃນນັ້ນ ມີີການລະເມີດເຂດທະເລຂອງຫວຽດນາມຢ່າງໜັກ ທີ່ໄດ້ກໍານົດຕາມກົດໝາຍສາກົນ, ໄປຝືນກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ບັນດາຂໍ້ຕົກລົງຂັ້ນສູງສະບັບອື່ນໆ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ (ພາບ: quochoi.vn)

ຕອນເຊົ້າວັນທີ 21 ຕຸລາ, ເມື່ອສະເໜີບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2019; ແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ຢູ່ວາລະໄຂກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສະພາບການຢູ່ເຂດທະເລຕາເວັນອອກ ຜັນແປຢ່າງສັບສົນ, ໃນນັ້ນ ມີີການລະເມີດເຂດທະເລຂອງຫວຽດນາມຢ່າງໜັກ ທີ່ໄດ້ກໍານົດຕາມກົດໝາຍສາກົນ, ໄປຝືນກັບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ບັນດາຂໍ້ຕົກລົງຂັ້ນສູງສະບັບອື່ນໆ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພັກ ແລະ ລັດ ຫວຽດນາມ ມີແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຕໍ່ທຸກສິ່ງທີ່ຂຶ້ນກັບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງພວກເຮົາ ແມ່ນບໍ່ມີວັນທີ່ຈະ ຜ່ອນສັ້ນຜ່ອນຍາວ; ພ້ອມທັງຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ຫວຽດນາມ ໄດ້, ກໍາລັງ ແລະ ສືບຕໍ່ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ດ້ວຍຫຼາຍວິທີທີ່ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຕໍ່ສູ້ໃນສະພາບຕົວຈິງ; ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ການພົວພັນມິດຕະພາບ, ຮ່ວມມືກັບບັນດາປະເທດ. ແຜນນະໂຍບາຍຖືກຕ້ອງ, ຫຼັກໝັ້ນອັນຊອບທໍາ ແລະ ບັນດາຄວາມມານະພະຍາຍາມຂອງພັກ, ລັດ ຫວຽດນາມ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈຂອງປະຊາຊົນໃນທົ່ວປະເທດ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມສາກົນ”.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ປັບປຸງກໍາລັງຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບຢ່າງແໜ້ນແຟ້ນປະຕິບັດໜ້າທີ່ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ; ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ສືບຕໍ່ປັບປຸງການພົວພັນກັບບັນດາປະເທດ ແລະ ຄູ່ຮ່ວມມືໃຫ້ດີຍິ່ງໆຂຶ້ນ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top