• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົນອັນດີງາມຂອງການເຈລະຈາລະຫວ່າງ   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ  ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ
 
      ຕອນບ່າຍວັນທີ 13 ກັນຍາ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov,  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາໝາກຜົນອັນດີງາມຂອງການເຈລະຈາລະຫວ່າງ   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ  ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov  , ໂດຍສະເພາະແມ່ນບັນດາມາດຕະການທີ່ 2 ຝ່າຍໄດ້ແລກປ່ຽນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ 2 ຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະ ຊຸກຍູ້ການພົວພັນ 2 ຝ່າຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ 2 ປະເທດຄວນຮັກສາ ແລະ ເສີມຂະຫຍາຍກົນໄກຄະນະກຳມາທິການລະຫວ່າງລັດຖະບານກ່ຽວກັບການຮ່ວມມືເສດຖະກິດ- ການຄ້າ ແລະ ວິທະຍາສາດເຕັກນິກ, ຜ່ານນັ້ນເພື່ອກຳນົດບັນດາຂົງເຂດທີ່ 2 ຝ່າຍມີທ່າແຮງ.
ການເຈລະຈາລະຫວ່າງ   ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ 
ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov 
      ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov  ຊຶ່ງພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ໄດ້ຍົກອອກບາງຂໍ້ສະເໜີເພື່ອຊຸກຍູ້ການຮ່ວມມື 2 ຝ່າຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ ກ່າວວ່າ : (ເທບ)
    “ 2 ຝ່າຍໄດ້ເຫັນດີຄວນເສີມຂະຫຍາຍປະສິດທິຜົນຂອງກົນໄກປະຊຸມຄະນະກຳມາທິການລະຫວ່າງລັດຖະບານກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະ ອາແຊກບາຍຊານເພື່ອເປັນເອກະພາບກັນກ່ຽວກັບມາດຕະການເພີ່ມທະວີການຮ່ວມມືລະອຽດໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້, ເປັນຕົ້ນແມ່ນໃນຂົງເຂດຮັບບຸລິມະສິດເຊັ່ນ : ນ້ຳມັນອາຍແກັສ ແລະ ຖືວ່າ ນີ້ແມ່ນທິດຮ່ວມມືຈຸດສຸມທີ່ມີລັກສະນະຍຸດທະສາດຍາວນານ.  ”
     ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາແຊກບາຍຊານ Elmar Mammadyarov ໄດ້ເນັ້ນໜັກເຖິງບັນດາກາລະໂອກາດຮ່ວມມືໃໝ່ລະຫວ່າງ 2 ຝ່າຍໃນຂົງເຂດຄົມມະນາຄົມຂົນສົ່ງ.
     ລັດຖະມົນຕີການຕ່າງປະເທດທັງສອງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີນຳກັນວ່າ ຕ້ອງແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບຕາມກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top