• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບນັກລົງທຶນຢູ່ຟຸ໋ກ໋ວກ, ກຽນຢາງ


(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Sun Group)
      ຕອນ​ບ່າຍ​ວັນ​ທີ 13/04, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ ແລະ ການ​ນຳ​ແຂວງ​ກຽນ​ຢາງ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Sun Group, ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ລົງ​ທຶນ​ທີ່​ມີ​ບັນ​ດາ​ໂຄງ​ການ​ທ່ອງ​ທ່ຽ​ວ​ໃຫຍ່​ຢູ່​ເກາະ ຫງອກ ຟຸ໋​ກ໋ວກ. ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນ​ຢັນ​ວ່າ, ຍາມ​ໃດ​ລັດ​ຖະ​ບານກໍ່​ສ້າງ​ທຸກ​ເງື່ອ​ນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວັງ​ວ່າ, ກຸ່ມບ​ໍ​ລິ​ສັດ Sun Group ຈະ​ສືບ​ຕໍ່​ບັນ​ລຸ​ຜົນ​ງານ​ໃໝ່​ຫຼາຍ​ຢ່າງ​ໃນ​ຍຸ​ດ​ທະ​ສາດ​ເປີດກວ້າງ​ການ​ດຳ​ເນີນ​ທຸ​ລະ​ກິ​ດ​ຢູ່​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຄາດ​ໝາຍ​ນຳ​ຂະ​ແໜ​ງ​ທ່ອງ​ທ່ຽວ​ໃຫ້​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ.
        ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ໄດ​້​ໄປ​ວາງ​ພວງ​ມາ​ລາ, ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ສູ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ເມືອງ​ຟຸ໋​ກ໋ວກ, ແຂວງ​ກຽນ​ຢາງ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top