• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ

      ໂດຍສືບຕໍ່ການເຄື່ອນໄຫວຕ່າງໆເຊິ່ງນອນໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ວັນທີ 08 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ ແລະ ບໍລິສັດ Nidec Shimpo ຂຶ້ນກັບກຸ່ມບໍລິສັດ Nidec, ຍີ່ປຸ່ນ.

(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມບໍລິສັດ Nidec)
      ນີ້ແມ່ນບໍລິສັດເຕັກໂນໂລຊີສູງແຖວໜ້າຂອງໂລກ ກ່ຽວກັບຜະລິດຕະພັນ motor ແລະ ຜະລິດຕະພັນອຸດສາຫະກຳໝູນຊ່ວຍຜະລິດເຄື່ອງຈັກເຕັກໂນໂລຊີສູງ. Nidec ໄດ້ເຂົ້າຮ່ວມການລົງທຶນຢ່າງໃຫຍ່ຫຼວງເຂົ້ານະຄອນໂຮ່ຈິມິນ ໃນຕະຫຼອດໄລຍະ 20 ປີຜ່ານມາ. ຕີລາຄາສູງການເຄື່ອນໄຫວລົງທຶນຂອງ Nidec ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ລັດຖະບານຫວຽດນາມ ແລະ ນະຄອນຮ່າໂນ້ຍ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນ, ໃນນັ້ນມີ Nidec ຜັນຂະຫຍາຍໂຄງການຢູ່ເຂດເຕັກໂນໂລຊີສູງ ລ໋າງຮ່ວາລາກ ຢ່າງມີປະສິດທິຜົນ…
        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບັນດາສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ ແຂວງ Osaka, Hyogo, Nara ແລະ ສະມາຄົມມິດຕະພາບຍີ່ປຸ່ນ - ຫວຽດນາມ Sakai.
        ຕອນບ່າຍວັນທີ 6 ມິຖຸນາ, ກ່ອນທີ່ເດີນທາງກັບເມືອຫວຽດນາມ ສິ້ນສຸດການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມສະຖານກົງສູງໃຫຍ່ຫວຽດນາມ ປະຈຳ Osaka ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ເຂດ Kansai.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top