• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແດນມາກເຂົ້າຢ້ຽມອຳລາ

      ຕອນບ່າຍວັນທີ 20 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ແດນມາກ ປະຈຳຫວຽດນາມ Charlotte Laursen ເຂົ້າຢ້ຽມຂ່ຳນັບອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດ.

 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແດນມາກ
(ພາບປະກອບ: TTXVN)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຂອບອົກຂອບໃຈເອກອັກຄະລັດຖະທູດ ໄດ້ມີການປະກອບສ່ວນສຳຄັນໃຫ້ແກ່ການພົວພັນ 2 ປະເທດ ແລະ ຫວັງວ່າ, ເຖິງວ່າໃນຖານະຕຳແໜ່ງໃດດ້ວຍບົດຮຽນຂອງຕົນ ທ່ານເອກອັກຄະລັດຖະທູດຈະສືບຕໍ່ສະໜັບສະໜູນ, ປະກອບສ່ວນຊຸກຍູ້ສາຍພົວພັນຫວຽດນາມ - ແດນມາກ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຖືວ່າ, 2 ຝ່າຍບັນລຸໄດ້ໝາກຜົນຢ່າງຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ, ແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ ແລະ ປາດຖະໜາວ່າ, 2 ຝ່າຍຈະເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.
        ສ່ວນທ່ານເອກອັກຄະລັດຖະທູດແດນມາກ Charlotte Laursen ຖືວ່າ ການພົວພັນດ້ານການຄ້າ 2 ຝ່າຍພວມເຕີບໂຕເປັນຢ່າງດີ ແລະ ປະຈຸບັນມີວິສາຫະກິດແດນມາກ ປະມານ 130 ແຫ່ງພວມມີໜ້າຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, 2 ປະເທດຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ພາຍຫຼັງສິ້ນສຸດໜ້າທີ່ການູທດຢູ່ຫວຽດນາມ, ເຖິງວ່າໄດ້ດຳລົງຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top