• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບບັນດາສາດສະດາຈານມະຫາວິທະຍາໄລ Harvard, ອາເມລິກາ

      ຕອນເຊົ້າວັນທີ 18 ມັງກອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ Davis Dapice, ຫົວໜ້ານັກເສດຖະກິດຂອງໂຄງການຫວຽດນາມ ຢູ່ມະຫາວິທະຍາໄລ Harvard ແລະ ທ່ານສາດສະດາຈານ Thomas Vallely, ປະທານສະພາບໍລິຫານກອງທຶນການປະດິດຄິດສ້າງການສຶກສາມະຫາວິທະຍາໄລຫວຽດນາມ, ຜູ້ອຳນວຍການໃຫຍ່ໂຄງການຫວຽດນາມ ຂອງມະຫາວິທະຍາໄລ Harvard, ອາເມລິກາ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕ້ອນຮັບບັນດາສາດສະດາຈານ Thomas Vallely
(ພາບ: VGP)
      ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາໂຄງການຊີ້ນຳການຄຸ້ມຄອງຂັ້ນສູງຫວຽດນາມ ໃນຊຸມປີຜ່ານມາ ແລະ ໃຫ້ຮູ້ວ່າ, ຫວຽດນາມ ພວມຄັດເລືອກບັນດາມາດຕະການແກ້ໄຂ ເພື່ອນຳຫວຽດນາມ ໃຫ້ກາຍເປັນ “ເສືອໂຕ” ໃໝ່ກ່ຽວກັບເສດຖະກິດ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ, ໂຄງການຊີ້ນຳການຄຸ້ມຄອງຂັ້ນສູງຫວຽດນາມ ຄົ້ນຄວ້າ ແລະ ຄັດເລືອກບັນດາຫົວຂ້ໃຫ້ເໝາະສົມ.     
        ຕີລາຄາຫວຽດນາມ ມີລະດັບເຕີບໂຕເສດຖະກິດດີພໍສົມຄວນເມື່ອທຽບໃສ່ບັນດາປະເທດອ້ອມຂ້າງ, ທ່ານສາດສະດາຈານ Thomas Vallely ຖືວ່າ, ຫວຽດນາມ ສາມາດກາຍເປັນ “ເສືອໂຕ” ໃໝ່ຢູ່ອາຊີ, ຫວຽດນາມ ຄວນສຸມໃສ່ເຂົ້າໃນບັນດາການບໍລິການມີມູນຄ່າເພີ່ມສູງ, ພ້ອມກັນນັ້ນຄວນເອົາໃຈໃສ່ເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ແກ້ໄຂບັນຫາກ່ຽວກັບເຂດຕົວເມືອງ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top