• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຟ້າມມີງຈີງ: ຮ່ວມແຮງຮ່ວມໃຈສ້າງສາອາຊີແຫ່ງສັນຕິພາບ, ຮ່ວມມື, ພັດທະນາກວ່າອີກພາຍຫລັງໂລກລະບາດໂຄວິດ - 19

ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.
ກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງ ອາຊີ ຄັ້ງທີ 26 (ພາບ:VGP)

ຕອນເຊົ້າວັນທີ 20 ພຶດສະພາ ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ ກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງ ອາຊີ ຄັ້ງທີ 26 ຈັດຂຶ້ນຕາມຮູບການອອນລາຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ ຕີລາຄາວ່າ: ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຢ່າງຫນັກຫນ່ວງເຖິງໂລກ ແລະ ພາກພື້ນ ກໍ່ຄືຊີວິດດ້ານເສດຖະກິດສັງຄົມຂອງທຸກປະເທດ ແລະ ຍາກທີ່ຄາດຄະເນລ່ວງຫນ້າໄດ້. ຍິ່ງກວ່າເວລາໃດໝົດ, ຮຽກຮ້ອງໃຫ້ທຸກປະເທດຈົ່ງສາມັກຄີກັນ ເປັນເອກະພາບ ຫນູນຊ່ວຍເຊິ່ງກັນ ແລະກັນເພື່ອຜ່ານຜ່າໂລກລະບາດ. ທ່ານ ຟ້າມມີງຈີງ ສະເຫນີ 5 ທິດນຳ ແລະ 6 ເນື້ອໃນຮ່ວມມື ໃນນັ້ນ ມີ: ພັດທະນາກຳລັງແຮງພາຍໃນຢ່າງແຮງ, ຄວາມສາມາດຮັບມື, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການຮ່ວມມືສາກົນ, ຖືມະນຸດເປັນໃຈກາງ, ເອົາຄຸນຄ່າວັດທະນະທຳຫລັກແຫລ່ງຈົບງາມເປັນພື້ນຖານ, ຖືຄວາມຫຍຸ້ງຍາກສິ່ງທ້າທາຍແມ່ນກຳລັງຫນູນບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຢືນຢັນ:  ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ກ່າວວ່າ:

“ທັດສະນະຂອງພວກຂ້າພະເຈົ້າກ່ຽວກັບການພັດທະນາ ນັ້ນແມ່ນ ຕ້ອງພັດທະນາຢ່າງວ່ອງໄວບົນພື້ນຖານວິທະຍາສາດເຕັກໂນໂລຊີປ່ຽນໃຫມ່ປະດິດຄິດສ້າງ, ຫັນເປັນດີຈີຕອນ ຮັບປະກັນຄວາມກົມກຽວລະຫວ່າງເສດຖະກິດ ກັບວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງລະບອບລະບຽບການພັດທະນາຢ່າງຄົບຖ້ວນ ທັນສະໄຫມສົມບູນແບບ ແມ່ນເງື່ອນໄຂສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທຸກພາກສ່ວນເສດຖະກິດ. ຊຸກຍູ້ຄວາມຄາດຫວັງການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສັນຕິສຸກ”.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ​ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູ​ນຫຼັກ​ໃຫ້​ແກ່​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ

ໃນ 6 ເດືອນ​ຕົ້ນ​ປີ, GDP (ຍອດ​ຜະ​ລິ​ດ​ຕະ​ພັນ​ພາຍ​ໃນ​ປະ​ເທດ) ທົ່ວ​ປະ​ເທດ​ບັນ​ລຸ​ລະ​ດັບເຕີບ​ໂຕ 8,18%. ເພື່ອ​ປະ​ຕິ​ບັດ​ສຳ​ເລັດເປົ້າ​ໝາຍ​ທັງ​ປີ, 6 ເດືອນ​ທ້າຍ​ປີ​ຕ້ອງ​​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ປະ​ມານ 11,9%.

Top