• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີພົບປະກັບຄະນະນັກຮົບປະຕິວັດທີ່ຖຶກສັດຕູຈັບຄຸ້ມຂັງ

      ວັນທີ 26 ທັນວາ, ທີ່ການຕ້ອນຮັບຄະນະນັກຮົບປະຕິວັດທີ່ຖຶກສັດຕູຈັບຄຸ້ມຂັງກ່ອນນີ້ນະຄອນຫ໋າຍຟອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ພ້ອມກັບການເອົາໃຈໃສ່ເຂົ້າການພັດທະນາເສດຖະກິດ, ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ, ເອົາໃຈໃສ່ເຖິງບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວນະໂຍບາຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບ ນັກຮົບປະຕິວັດ (ພາບ: TTXVN)
      ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ການນຳ ແລະ ອົງການທີ່ມີສິດອຳນາດຕ້ອງສືບຕໍ່ເອົາໃຈໃສ່ເຖິງການໜູນຊ່ວຍບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ… ໃຫ້ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາວ່າ ບັນດານັກຮົບປະຕິວັດຈະສືບຕໍ່ຮັກສາຈິດໃຈປະຕິວັດ, ເປັນແບບຢ່າງທີ່ດີໃຫ້ ຄອບຄົວ, ລູກຫຼານປະຕິບັດຕາມ, ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຢູ່ທ້ອງຖິ່ນ, ຮັກສາວັດທະນະທຳ, ມູນເຊື້ອເພື່ອປະກອບສ່ວນສ້າງຕັ້ງ ຄຸ້ມເມືອງ, ໝູ່ບ້ານ, ຕາແສງວັດທະນະທຳ, ປະກອບສ່ວນເຂົ້າການພັດທະນາບ້ານເກີດເມືອງນອນ, ປະເທດຊາດ ຢ່າງແຮງ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top