• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີຕ້ອນຮັບນັກລົງທຶນຟີລິບປິນໃຫຍ່ຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ, ພ້ອມທັງປາດຖະໜາຢາກຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເຊິ່ງກຸ່ມບໍລິສັດພວມປະສົບ ເມື່ອເຄື່ອນໄຫວຢູ່ຫວຽດນາມ.


 ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ຕ້ອນຮັບ

ທ່ານ Lance Y.Gokongwei, ຜູ້ອຳນວຍການໃຫຍ່ບໍລິສັດ JG Summit Holdings

(ພາບ: VGP)

ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Lance Y.Gokongwei, ຜູ້ອຳນວຍການໃຫຍ່ບໍລິສັດ JG Summit Holdings ຂອງຟີລິບປິນ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດຂອງຟີລິບປິນ ທີ່ມີການລົງທຶນໃຫຍ່ທີ່ສຸດເຂົ້າຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຊົມເຊີຍການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ, ພ້ອມທັງປາດຖະໜາຢາກຮັບຟັງບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເຊິ່ງກຸ່ມບໍລິສັດພວມປະສົບ ເມື່ອເຄື່ອນໄຫວຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພວມກ້າວໄປເຖິງເລື່ອງ ບໍ່ນຳໃຊ້ຜະລິດຕະພັນຢາງປລາດສະຕິກ ທີ່ນຳໃຊ້ເທື່ອໜຶ່ງ ແລະ ປາດຖະໜາກຸ່ມບໍລິສັດຈະເຂົ້າຮ່ວມຄວາມມານະພະຍາຍາມດັ່ງກ່າວ.

        ສ່ວນທ່ານ Lance Y.Gokongwei ສະແດງຄວາມປາດຖະໜາຢາກລົງທຶນພັດທະນາຂະແໜງຊາຂອງຫວຽດນາມ, ເຂົ້າຮ່ວມສະຫະພັນບັນດາວິສາຫະກິດຕ້ານຂີ້ເຫຍື້ອຢາງປລາດສະຕິກເສດເຫຼືອ, ເຂົ້າຮ່ວມບັນດາໂຄງການອຸດສາຫະກຳ 4.0.

(ແຫຼ່ງຄັດຈາກ VOV)

ເປີດ​ຕົວ​ປຶ້ມ ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ

ເປີດ​ຕົວ​ປຶ້ມ “ຄວາມ​ຊົງ​ຈຳ ດ້ຽນ​ບຽນ​ຝູ - ບັນ​ດາຕົວພະ​ຍານປະ​ຫວັດ​ສາດ ​ອອກ​ສຽງ”

ຕອນບ່າຍວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ໄດ້ຈັດພິທີເປີດຕົວປຶ້ມ “ຄວາມຊົງຈຳ ດ້ຽນບຽນຝູ - ບັນດາພະຍານປະຫວັດສາດ ອອກສຽງ” ຂອງນັກປະຫວັດສາດ ຊາວຝລັ່ງ ສອງຄົນ ນັ້ນແມ່ນທ່ານ Pierre Journoud ແລະ ທ່ານ Hugues Tertrais.

Top