ຂ່າວສານ
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ນະຄອນ ໂຮ່ຈີມິນ
ຕອນເຊົ້າວັນທີ 06 ກໍລະກົດ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິແຢງ, ຕາແສງ ຮວ່າຮຶງ, ນະຄອນ ໂຮ່ຈີມິນ.
ກ່າວຄຳເຫັນທີ່ພິທີ, ທ່ານເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ, ເຫດການໃນມື້ນີ້ມີຄວາມໝາຍສັກກະລະບູຊາ; ແມ່ນການເຄື່ອນໄຫວແທດຈິງຂອງນ້ຳໃຈຮູບຸນຄຸນ ແລະ ຕອບບຸນແທນຄຸນຢ່າງເລິກເຊິ່ງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ບັນດາຜູ້ທີ່ໄດ້ອຸທິດສ່ວນເລືອດເນື້ອຂອງຕົນໃຫ້ແກ່ເອກະລາດ, ເສລີພາບຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
“ພາລະໜ້າທີ່ນີ້ຈະບໍ່ຢຸດລົງ ເມື່ອຍັງມີຫຼັກຖານເພື່ອຊອກຫາ, ເມື່ອອັດຖິຂອງບັນດານັກຮົບເສຍສະຫຼະຊີວິດຍັງບໍ່ທັນໄດ້ທ້ອນໂຮມຢ່າງຄົບຖ້ວນ. ສຳລັບຫຼາຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ສົງຄາມຍັງບໍ່ທັນຜ່ານພົ້ນໄປໄກ, ຄວາມເຈັບປວດຍັງປະກົດຕົວຢູ່ ເມື່ອເຂົາເຈົ້າຍັງລໍຖ້າຂໍ້ມູນຂ່າວຂອງຍາດຕິພີນ້ອງ. ດ້ວຍທຸກວິທີ, ພວກເຮົາຕ້ອງມີຄວາມມານະພະຍາຍາມຢ່າງສູງສຸດເພື່ອຊອກຫາ, ທ້ອນໂຮມ, ນຳບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກັບເມືອຄອບຄົວ, ບ້ານເກີດເມືອງນອນ”.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ໂຮ່ຈີມິນ ສົມທົບກັບກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດຢ່າງແໜ້ນແຟ້ນ ເພື່ອລະດົມແຫຼ່ງກຳລັງຢ່າງສຸດຂີດ, ຍູ້ແຮງການນຳໃຊ້ວິທະຍາສາດ, ພິເສດແມ່ນພິການຢັ້ງຢືນ ADN ແນໃສ່ຍູ້ໄວຄວາມຄືບໜ້າໃນການຢັ້ງຢືນຊື່ ແລະ ນາມສະກຸ່ນ.






