ໂດຍສືບຕໍ່ບັນດາລາຍການຂອງກອງປະຊຸມການທູດທີ 33, ຕອນເຊົ້າວັນທີ 04 ສິງຫາ, ຢູ່ ຮ່າໂນ້ຍ, ເມື່ອເຂົ້າຮ່ວມວາລະປະຊຸມຄົບຄະນະການທູດຮັບໃຊ້ການພັດທະນາປະເທດຊາດໃນໄລຍະໃໝ່, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ພາລະກິດໃໝ່ຂອງຂະແໜງການທູດບໍ່ພຽງແຕ່ຮັກສາສະພາບແວດລ້ອມສັນຕິພາບໄວ້ຢ່າງໝັ້ນຄົງເທົ່ານັ້ນ ຫາກຍັງຫັນອິດທິພົນຊື່ຂະແໜງການທູດໃຫ້ເປັນບັນດາແຫຼ່ງກຳລັງພັດທະນາອີກດ້ວຍ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ສະເໜີໃຫ້ຂະແໜງການທູດຕ້ອງປ່ຽນແປງໃໝ່ຈິນຕະນາການ, ແບບວິທີຢ່າງແທ້ຈິງ, ມຸ່ງໄປເຖິງໝາກຜົນ ແລະ ຜະລິດຕະພັນສຸດທ້າຍ. ຫັນປ່ຽນຢ່າງແຮງຈາການເປີດທາງໄປສູ່ການຮ່ວມເດີນທາງພ້ອມກັບວິສາຫະກິດ ແລະ ທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ:
“ພະນັກງານການຕ່າງປະເທດແຕ່ລະຄົນຍາມໃດກໍ່ຕ້ອງຖືໃນຕົວກັບຄຳຖາມທີ່ວ່າ: ພາຍຫຼັງການພົບປະ, ການໂອ້ລົມເຈລະຈາ, ຂໍ້ລິເລີ່ມ ແລະ ການໄປຢ້ຽມຢາມແຕ່ລະເທື່ອນັ້ນ, ພວກເຮົາສ້າງໄດ້ແຫຼ່ງກຳລັງໃດເພື່ອພັດທະນາປະເທດຊາດແບບຍືນຍົງ, ປັບປຸງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດໃນປະຊາຄົມສາກົນຕື່ມອີກ? ຖ້າພວກເຮົາມີຄຳຕອບດ້ວຍບັນດາໝາກຜົນລະອຽດຕົວຈິງ ແນ່ນອນວ່າຂະແໜງການທູດ ຫວຽດນາມ ຈະປະຕິບັດສຳເລັດພາລະໜ້າທີ່ຂອງຕົນໄດ້ດີເລີດ”.






