• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ: ຕັດສິນໃຈປະຕິບັດເປົ້າໝາຍການເຕີບໂຕ 2 ຕົວເລກແບບຍືນຍົງຢ່າງມີໄຊ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ຮຽກຮ້ອງວ່າ ການແຂ່ງຂັນແມ່ນເພື່ອແນໃສ່ຍູ້ແຮງການພັດທະນາວິທະຍາສາດ, ເຕັກໂນໂລຊີ, ສ້າງພື້ນຖານບໍລິຫານທີ່ທັນສະໄໝ, ເປັນມືອາຊີບ, ຮັບໃຊ້ປະຊາຊົນໃຫ້ເປັນຢ່າງດີກວ່າ, ມີປະສິດທິຜົນກວ່າ.
  (ທ່ານ ເລມິນຮຶງ ນາຍົກລັດຖະມົນຕີ ຫວຽດນາມ, ກ່າວຄຳເຫັນທີ່ພິທີປຸກລະດົມ)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີ​ມ​ສະ​ຫຼອງ 78 ປີ​ແຫ່ງວັນ ​ປະ​ທານ ໂຮ່​ຈີ​ມິນ ອອກ​ຄຳ​ຮຽກ​ຮ້ອງ​ແຂ່ງ​ຂັນ​ຮັກ​ຊາດ (11 ມິ​ຖຸ​ນາ 1948 – 11 ມິ​ຖຸ​ນາ 2026), ຕອນ​ເຊົ້າ​ວັນ​ທີ 13 ມິ​ຖຸ​ນາ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ສະ​ພາ​ແຂ່ງ​ຂັນ - ຍ້ອງ​ຍໍ​ສູນ​ກາງ ໄດ້​ຈັດ​ພິ​ທີ​ປຸກ​ລະ​ດົມ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ “ຕັດ​ສິນ​ໃຈ​ປະ​ຕິ​ບັດ​​ເປົ້າ​ໝາ​ຍ​ເຕີບ​ໂຕ 2 ຕົວ​ເລກ​ແບບ​ຍືນ​ຍົງ ໄລ​ຍະ 2026 – 2030 ຢ່າງມີໄຊ”.

​ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ​ ເລ​ມິນ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ, ປະ​ທານ​ສະ​ພາ​ແຂ່ງ​ຂັນ​ - ຍ້ອງ​ຍໍ​ສູນ​ກາງ, ຖື​ວ່າ ການ​ປະ​ຕິ​ບັດ​ໜ້າ​ທີ່​ເຕີບ​ໂຕ 2 ຕົວ​ເລກ​ຢ່າງ​ມີ​ໄຊ​ນັ້ນ ຕ້ອງ​ມີ “ວິ​ໄສ​ທັດ​ຍຸດ​ທະ​ສາດ - ຈິນ​ຕະ​ນາ​ການ​ບຸກ​ທະ​ລຸ - ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ - ການ​ເຕີບ​ໂຕ​ແບບ​ຍືນ​ຍົງ - ປະ​ຊາ​ຊົນ​ຜາ​ສຸກ”. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ:

“ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້ປະ​ຊາ​ຊົນ​ແຕ່​ລະ​ຄົນ​ ຈົ່ງ​ຖື​ການ​ແຂ່ງ​ຂັນ​​ກາຍ​ເປັນ​ຄວາມ​ຕ້ອງ​ການ​ຂອງ​ຕົນ​ເອງ ແລະ ເລີ່ມ​ມາ​ຈາກວຽກ​ງານ​ນ້ອຍ​ສຸດ; ເພື່ອ​ຈາກນັ້ນ, ແຕ່​ລະ​ບຸກ​ຄົນ​ຈະ​ຕັ້ງ​ໜ້າ​ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້​ນວ່າ ຂະ​ບວນ​ການ​ແຂ່ງ​ຂັນ​ຈະ​ສ້າງ​ບັນ​ຍາ​ກາດ​ໃໝ່, ກຳ​ລັງ​ໜູນ​ໃໝ່, ຈິດ​ໃຈ​ປ່ຽນແປງໃໝ່ປະດິດຄິດສ້າງ ​ ແລະ ຄວາມ​ຄາດ​ຫວັງ​ອຸ​ທິດ​ສ່ວນ​ຂອງ​ທົ່ວທັງ​ຊາດ, ປະ​ກອບ​ສ່ວນ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​​ພັດ​ທະ​ນາ​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ, ຮຸ່ງເຮືອງສິ​ວິ​ໄລ ແລະ ມີຄວາມຜາ​ສຸກ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຮຽກ​ຮ້ອງວ່າ ການ​ແຂ່ງ​ຂັນແມ່ນ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ສ້າງ​ພື້ນ​ຖານ​ບໍ​ລ​ິ​ຫານ​ທີ່ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ, ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ້​ເປັນ​ຢ່າງ​ດີກວ່າ, ມີ​ປ​ະ​ສິດ​ທິ​ຜົນ​ກວ່າ.

(ແຫຼ່ງຄັດຈາກ VOV)

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ຜົນຂອງບັນດານັດແຂ່ງຂັນຢູ່ World Cup 2026

ໃນເວລາ 6 ໂມງ 30 ນາທີ, ພິທີໄຂ World Cup 2026 ຢູ່ ອາເມລິກາ ໄດ້ຈັດຂຶ້ນຢູ່ສະໜາມກິລາ SoFi, Los Angeles, ດ້ວຍການເຂົ້າຮ່ວມຂອງນັກຮ້ອງນັກສະແດງສາກົນຫຼາຍຄົນ.

Top