• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະກັບຄະນະນັກກິລາ ຫວຽດນາມ

      ກ່າວຄຳເຫັນທີ່ການພົບປະກັບຄະນະນັກກິລາ ຫວຽດນາມເຂົ້າຮ່ວມ Sea Games ຄັ້ງທີ 30, ໃນຕອນເຊົ້າວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊັວນຟຸກ ໄດ້ສະແດງຄວາມຊົມເຊີຍຄະນະນັກກິລາ ຫວຽດນາມ ກ່ຽວກັບບັນດາຜົນງານດີເດັ່ນທີ່ບັນລຸໄດ້ໃນ Sea Games ຄັ້ງທີ 30.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ຄະນະນັກກິລາ ຫວຽດນາມ
(ພາບ: VGP)
      ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນ Sea Games ຄັ້ງປະຫວັດສາດເປັນໜ້າຈົດຈຳທີ່ສຸດຂອງຄະນະນັກກິລາ ແລະ ຢັ້ງຢືນວ່າ ບັນດາຫຼຽນໄຊທັງໝົດເຊິ່ງແຕ່ລະໝູ່ຄະນະ, ສ່ວນບຸກຄົນບັນລຸໄດ້ລ້ວນແຕ່ເປັນໜ້າເຄົາລົບ, ລ້ວນແຕ່ແມ່ນ ຢາດເຫື່ອ ແລະ ກຳລັງແຮງຂອງທຸກຄົນ. ທ່ານກ່າວວ່າ:
            ມີກິລາບາງປະເພດຫາກໍ່ພັດທະນາຢູ່ ຫວຽດນາມ ແຕ່ກໍ່ສາມາດບັນລຸໄດ້ໝາກຜົນດີເດັ່ນ. ມີຫຼາຍແບບຢ່າງ, ເຖິງວ່າ ຮ່າງກາຍໄດ້ຮັບບາດເຈັບກໍ່ຕາມແຕ່ກໍ່ບໍ່ຍອມແພ້. ບັນດາຮູບພາບດັ່ງກ່າວໄດ້ສ້າງຄວາມຕື້ນຕັນໃຈເປັນຢ່າງຍິ່ງ.
        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, Sea Games ຄັ້ງນີ້ ແມ່ນເປັນໜ້າຈົດຈຳ, ນຳມາເຊິ່ງ ຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດຊາດ, ສ້າງບັນຍາກາດເບີກບານມ່ວນຊື່ນ ໃນໝູ່ປະຊາຊົນ.
 (ແຫຼ່ງຄັດຈາກ VOV)



ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະຮ່ວມມືພັດທະນາຢ່າງມີປະສິດທິຜົນ ແລະ ຍືນຍົງ, ຍາວນານລະຫວ່າງ ຫວຽດນາມ - ລາວ

ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເຕີບໂຕດ້ານການຄ້າ 2 ຝ່າຍ, ເປີດກວ້າງການເຊື່ອມຕໍ່ພື້ນຖານໂຄງລ່າງ, ຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດໃຫ້ມີປະສິດທິຜົນ

Top