• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະໂອ້ລົມສົນທະນາກັບຊາວກະສິກອນໃນວັນທີ 30 ທັນວາ

ກອງປະຊຸມດ້ວຍຫົວຂໍ້: “ຊາວກະສິກອນແມ່ນເຈົ້າກຳ, ສູນກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່ສີຂຽວ, ຍືນຍົງ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ວັນທີ 30 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ຈະຈັດກອງປະຊຸມນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ 2023 ດ້ວຍຫົວຂໍ້: “ຊາວກະສິກອນແມ່ນເຈົ້າກຳ, ສູນກາງໃນການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່ສີຂຽວ, ຍືນຍົງ”. ກອງປະຊຸມຈະເຊື່ອມຕໍ່ທາງໄກກັບ 63 ແຂວງ, ນະຄອນ. ກອງປະຊຸມມີຄວາມໝາຍພິເສດ, ເຊິ່ງໄດ້ຈັດຂຶ້ນພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊາວກະສິກອນ ຫວຽດນາມ ຄັ້ງທີ 8 ອາຍຸການ 2023 – 2028. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດ ສຳລັບຊົນຊັ້ນກຳມະກອນ ຫວຽດນາມ.

ກອງປະຊຸມດັ່ງກ່າວໂດຍສູນກາງຊາວກະສິກອນ ຫວຽດນາມ ເປັນເຈົ້າການຈັດຂຶ້ນ, ໄດ້ຈັດຂຶ້ນເປັນ 4 ຄັ້ງແລ້ວ. ຄັ້ງທີ 1 ໄດ້ຈັດຂຶ້ນຢູ່ ຫາຍເຢືອງ (ປີ 2018), ຄັ້ງທີ 2 ແມ່ນຢູ່ ເກີນເທີ (ປີ 2019), ຄັ້ງທີ 3 ແມ່ນຢູ່ ດັກລັກ (ປີ 2020) ແລະ ຄັ້ງທີ 4 ແມ່ນຢູ່ ເຊີນລາ (2022).

 

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top