• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມລັດຖະບານສະໄໝສາມັນເດືອນ ມິຖຸນາ 2019

ຕອນເຊົ້າວັນທີ 04 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຜ່ານເຄືອຂ່າຍອິນເຕີແນັດທົ່ວປະເທດ ເພືຶ່ອຕີລາຄາສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມເດືອນ ມິຖຸນາ ແລະ 6 ເດືອນຕົ້ນປີ. 
ນີ້ແມ່ນກອງປະຊຸມເພື່ອແນໃສ່ຕີລາຄາການປະຕິບັດມະຕິເລກທີ 01 ຂອງລັດຖະບານວ່າດ້ວຍສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ, ມະຕິວ່າດ້ວຍການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ມະຕິຂອງລັດຖະບານວ່າດ້ວຍການພັດທະນາວິສາຫະກິດ, ສະພາບການປະຕິບັດໜ້າທີ່ການພັດທະນາລັດຖະບານເອເລັກໂຕນິກ…
 
 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມລັດຖະບານສະໄໝສາມັນເດືອນ ມິຖຸນາ 2019 (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າພາຍຫລັງ 6 ເດືອນ, ໃນສະພາບການໂລກພວມສັບສົນ, ຫລາຍສົ້ນ, ມີຜົນກະທົບບໍ່ໜ້ອຍຕໍ່ ຫວຽດນາມ, ທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທົ່ວປະເທດໄດ້ເຂົ້າຮ່ວມຢ່າງຂ້ຽວຂາດ, ມີຄວາມຕັດສິນໃຈສູງ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ແລະ ບັນລຸໄດ້ໝາກຜົນຫລາຍດ້ານຈາກເສດຖະກິດ, ການລົງທຶນ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ກ່ຽວກັບວຽກງານຊີ້ນຳການບໍລິຫານຂອງລັດຖະບານໃນ 6 ເດືອນຜ່ານມາ, ລັດຖະບານໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນປະຕິບັດບັນດາມາດຕະການທີ່ໄດ້ວາງອອກຢ່າງຂ້ຽວຂາດ ເພື່ອປະຕິບັດບັນດາໝ້າທີ່, ຕົວເລກຄາດໝາຍທີ່ໄດ້ວາງອອກຢ່າງມີໄຊ. ຕາມນັ້ນແລ້ວ, ລັດຖະບານໄດ້ຊີ້ນຳສ້າງແຜນການເຕີບໂຕ, ແຜນການບໍລິຫານ, ຊຸກຍູ້ການຜະລິດ ແລະ ສົ່ງອອກ, ການປຸງແຕ່ງຜະລິດຕະພັນກະເສດ, ພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແບບຍືນຍົງ, ພັດທະນາບັນດາເຂດເສດຖະກິດຈຸດສຸມ, ເສດຖະກິດການທ່ອງທ່ຽວ, ພັດທະນາເສດຖະກິດເອກະຊົນ…ລັດຖະບານ ແລະ ນາຍົກລັດຖະມົນຕີກໍ່ເດັດດ່ຽວຊີ້ນຳການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top