• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບສະມາຄົມມູນເຊື້ອເຈື່ອງເຊີນ (ສາຍພູຫລວງ)

      ຕອນບ່າຍວັນທີ 10 ສິງຫາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນກັບບັນດາຜູ້ແທນສະມາຄົມມູນເຊື້ອ ເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ໂດຍພົນຈັດຕະວາ ຫວໍເສີ ປະທານສະມາຄົມເປັນຫົວໜ້າຄະນະ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສັງສັນກັບສະມາຄົມມູນເຊື້ອເຈື່ອງເຊີນ
      ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບກັບບັນດານາຍທະຫານ, ນັກວິລະຊົນກຳລັງປະກອບອາວຸດ, ບັນດາອະດີດຊາວໜຸ່ມຕະລຸມບອນ, ກຳມະກອນແນວຮົບ, ບັນດານັກຂ່າວ, ນັກປະພັນ, ນັກວິທະຍາສາດ, ນັກຮົບເກົ່າຂອງສະມາຄົມ. ໃນການດຳລົງຊີວິດປະຈຸບັນ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງບັນດາກົມກອງທະຫານ ເຈື່ອງເຊີນ ໄດ້ເສີມຂະຫຍາຍມູນເຊື້ອ, ປະຕິບັດການເຄື່ອນໄຫວແທດຈິງຫລາຍຢ່າງ, ອຸດົມສົມບູນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມ, ປົກປັກຮັກສາປະເທດຊາດ, ໃນນັ້ນ ມີບັນດາໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແມ່ນປະສົບຜົນສຳເລັດທີ່ສຸດ. ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ຈະສືບຕໍ່ບໍລິຫານລັດຖະບານ, ສ້າງລັດຖະບານສັດຊື່ບໍລິສຸດ, ສ້າງສັນ, ຮັບໃຊ້ປະຊາຊົນ.
 (ແຫຼ່ງຄັດຈາກ VOV)
 
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top