
ທ່ານ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Takashi Oyamada
(ພາບ: TTXVN)
ຕອນບ່າຍວັນທີ 15/02, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Takashi Oyamada ຜູ້ອຳນວຍການໃຫຍ່ທະນາຄານ The Bank of Tokyo Mitsubishi – UFJ (BTMU), ຍີ່ປຸ່ນ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ປະຈຸບັນ, ລັດຖະບານ ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ ເພື່ອແນໃສ່ດຶງດູດບັນດາການເຄື່ອນໄຫວລົງທຶນຈາກບັນດານັກລົງທຶນຕ່າງປະເທດຫລາຍກ່ວາອີກ ໃນນັ້ນມີ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກບັນດາວິສາຫະກິດ ຍີ່ປຸ່ນ ເອົາໃຈໃສ່ຫລາຍກ່ວາອີກ ເຖິງຕະຫລາດ ຫວຽດນາມ ເພື່ອໃຫ້ ຍີ່ປຸ່ນ ກາຍເປັນແຖວໜ້າໃນຈຳນວນປະເທດລົງທຶນເຂົ້າ ຫວຽດນາມ. ບັນດາວິສາຫະກິດ ຫວຽດນາມ ຍາມໃດກໍ່ປາດຖະໜາຢາກຮ່ວມມືກັບວິສາຫະກິດ ຍີ່ປຸ່ນ ເພື່ອຖອດຖອນບົດຮຽນກ່ຽວກັບການບໍລິຫານ ກໍ່ຄືການຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດ ຍີ່ປຸ່ນ.(ພາບ: TTXVN)
ທີ່ການຕ້ອນຮັບທ່ານນາງ ສ໋ວນຢາຟ໋າງ ປະທານກຸ່ມບໍລິສັດ Huawei, ຈີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ Huawei ຈະຍູ້ແຮງການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ເພາະວ່າ ຫວຽດນາມ ກໍ່ມີບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານທີ່ມີຊື່ສຽງ ດ້ວຍຄວາມສາມາດບົ່ມຊ້ອນພັດທະນາຢ່າງແຮງໃນອະນາຄົດ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມືນີ້ ໃນໄລຍະຈະມາເຖິງ. ສ່ວນທ່ານນາງ ສ໋ວນຢາຟ໋າງ ກໍ່ຢືນຢັນວ່າ Huawei ປາດຖະໜາຢາກຮ່ວມມືພັດທະນາໂຄງລ່າງ, ລະບົບ ແລະ ຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານກັບບັນດາວິສາຫະກິດ ຫວຽດນາມ. ຜູ້ຕາງໜ້າການນຳ Huawei ກໍ່ໃຫ້ຄຳໝັ້ນສັນຍາຮັບປະກັນຄວາມປອດໄພຂໍ້ມູນຂ່າວທາງເຄືອຂ່າຍອິນເຕີແນັດໃນບັນດາຜະ ລິດຕະພັນຂອງ Huawei ຢູ່ຕະຫລາດ ຫວຽດນາມ.
(ແຫຼ່ງຄັດຈາກ VOV)