• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປສຳຫຼວດບັນດາໂຄງການພື້ນຖານໂຄງລ່າງຢູ່ແຂວງ ກວາງຈິ້

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງນັກປະມູນເພື່ອກໍ່ສ້າງໂຄງການໃຫ້ສຳເລັດ
  (ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄປກວດກາການກໍ່ສ້າງເສັ້ນທາງຄວາມໄວ້ສູນ ຫວ້ານນິງ)  

ໃນລາຍການໄປປະຕິບັດງານຢູ່ແຂວງ ກວາງຈິ້, ຕອນບ່າຍວັນທີ 26 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ໄປກວດກາ, ຊີ້ນຳການຊຸກຍູ້ຜັນຂະຫຍາຍບັນດາພື້ນຖານໂຄງລ່າງຢູ່ແຂວງ ກວາງຈິ້.

ເມື່ອກວດກາໂຄງການເສັ້ນທາງຄວາມໄວ້ສູນ ຫວ້ານນິງ - ກາມໂລ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕີລາຄາສູງຄວາມຕັດສິນໃຈ, ຄວາມມານະພະຍາຍາມຂອງນັກປະມູນເພື່ອກໍ່ສ້າງໂຄງການໃຫ້ສຳເລັດ, ນຳເຂົ້າເຄື່ອນໄຫວກົງກັບໂອກາດວັນທີ 19 ສິງຫາ 2025. ເມື່ອໄປກວດກາສະຖານທີ່ກໍ່ສ້າງຜັນຂະຫຍາຍໂຄງການສະໜາມບິນ ກວາງຈິ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ: ສະໜາມບິນ ກວາງຈິ້ ນອນໃນເຂດມີເສັ້ນທາງຄວາມໄວສູງ ແລະ ໃນໄລຍະຈະມາເຖິງນີ້ຈະແມ່ນເສັ້ນທາງລົດໄຟຄວາມໄວ້ສູງໄປຜ່ານ, ໃກ້ກັບທ່າກຳປັ່ນ… ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນຕໍ່ໜ້າແມ່ນຊຸກຍູ້ຄວາມຄືບໜ້າການຜັນຂະຫຍາຍໄລຍະທີ 1 ຂອງໂຄງການ, ເດັດດ່ຽວກໍ່ສ້າງສະໜາມບິນ ກວາງຈິ້ ໃຫ້ສຳເລັດໃນຕົ້ນເດືອນ ກໍລະກົດ 2026. ເມື່ອໄປກວດກາໂຄງການລົງທຶນກໍ່ສ້າງເຂດທ່າກຳປັ່ນ ມິ້ຖຸຍ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ເຈົ້າຂອງລົງທຶນ, ນັກປະມູນຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ເຕັກນິກ; ພ້ອມກັນນັ້ນ, ຄົ້ນຄວ້າການວາງແຜນຜັງ, ພັດທະນາເຂດການຄ້າເສລີ, ທ່າກຳປັ່ນສະເພາະຢູ່ ມິ້ຖຸຍ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top