ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ
ໃນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການເປັນເວລາ 3 ວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີແຜນການເຮັດວຽກ ດ້ວຍການເຄື່ອນໄຫວເກືອບ 30 ເຫດການ. ຜ່ານບັນດາການພົບປະສົນທະນາ ກັບການນຳ ລັດເຊຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ຕ້ອງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ 2 ປະເທດ ແລະ 2 ຊາດເລິກເຊິ່ງກວ່າ.
ສິ່ງທີ່ໜ້າສົນໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມສັນຍາລະຫວ່າງ ລັດຖະບານແຫ່ງ ສສ.ຫວຽດນາມ ແລະ ລັດຖະບານສະຫະພັນ ລັດເຊຍ ກ່ຽວກັບການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍໃນດິນແດນຂອງ ຫວຽດນາມ. ນີ້ແມ່ນຂີດໝາຍປະຫວັດສາດ, ສ້າງຂີດໝາຍເລີ່ມເຄື່ອນໄຫວໂຄງການນິວເຄຼຍຂອງ ຫວຽດນາມ ຄືນໃໝ່.








