• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ກ່ຽວກັບນ້ຳມັນອາຍແກັດ

ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງເປັນສັກຂີພິຍານໃນການລົງນາມລະຫວ່າງບັນດາວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ. (ພາບ: VOV)  

ຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ ມົດສະກູ, ສະຫະພັນ ລັດເຊຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປຢ້ຽມຢາມ, ເຮັດວຽກກັບບໍລິສັດ Zarubezhneft. ນີ້ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ໃນຂົງເຂດນ້ຳມັນອາຍແກັດ, ໄດ້ຮ່ວມມືກັບກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (Petrovietnam) ພ້ອມກັບ 2 ບໍລິສັດຮ່ວມທຸລະກິດແມ່ນ Vietsovpetro (ຢູ່ ຫວຽດນາມ) ແລະ Rusvietpetro (ຢູ່ ລັດເຊຍ) ໃນການສຳຫຼວດທໍລະນີສາດ ແລະ ຂຸດຄົ້ນນ້ຳມັນ ມາເປັນເວລາກວ່າ 40 ປີ.

          ທີ່ການເຮັດວຽກ, ການນຳ Zarubezhneft ຢຶນຢັນຄວາມສາມາດບົ່ມຊ້ອນການຮ່ວມມືດ້ານພະລັງງານລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ; ພ້ອມກັນນັ້ນ, ກໍ່ສະເໜີເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຂົງເຂດໃໝ່. ສ່ວນຝ່າຍລັດຖະບານ ລັດເຊຍ, ທ່ານ Alexander Novak, ຮອງນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ຈະມານະພະຍາຍາມເພື່ອພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ສືບຕໍ່ຊຸກຍູ້ການຮ່ວມມືດ້ານນ້ຳມັນອາຍແກັດ, ພະລັງງານ, ປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ.

          ເມື່ອເປັນສັກຂີພິຍານໃຫ້ບັນດາວິສາຫະກິດ ຫວຽດນາມ ແລະ ສະຫະພັນ ລັດເຊຍ ລົງນາມສັນຍາໃນຂອບເຂດການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊອກຫາມາດຈະການແກ້ໄຂເພື່ອຮ່ວມມືກັນຢ່າງແຮງກວ່າ, ຜັນຂະຫຍາຍຢ່າງວ່ອງໄວກວ່າ, ມີປະສິດທິຜົນກວ່າ, ເຂົ້າຮ່ວມການສ້າງໂຄງປະກອບຂະແໜງນ້ຳມັນອາຍແກັດທົ່ວໂລກຄືນໃໝ່.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ

ຫວຽດນາມ ພວມໃຫ້ບຸລິມະສິດການພັດທະນາພະລັງງານ, ໃນນັ້ນ ການພັດທະນາພະລັງງານນິວເຄຼຍໄດ້ກາຍເປັນພະລັງງານສະອາດດ້ວຍວິໄສທັດ 100 ປີ.

Top