• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາບຕົວຈິງທີ່ໜ້າວິຕົກກັງວົນກ່ຽວກັບດິນຟ້າອາກາດໜ່ວຍໂລກ

ບົດລາຍງານຂອງ WMO ຊີ້ແຈ້ງວ່າ ໄລຍະ 2015 – 2025 ແມ່ນ 11 ປີຮ້ອນທີ່ສຸດໃນປະຫວັດສາດຍຸກໄໝ່ຂອງມະນຸດ
  ອຳນາດການປົກຄອງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຍົກເລີກການໜູນຊ່ວຍລົດໄຟຟ້າ, ຍູ້ແຮງການຂຸດຄົ້ນ ແລະ ນ້ຳໃຊ້ເຊື້ອເພີງ (ພາບປະກອບ: REUTERS/Mike Segar)  

ບັນດາຕົວເລກວິທະຍາສາດຫຼ້າສຸດຊີ້ໃຫ້ເຫັນວ່າ ໜ່ວຍໂລກພວມຂາດຄວາມດຸ່ນດ່ຽງດ້ວຍລະດັບຄວາມໄວທີ່ບໍ່ເຄີຍມີມາກ່ອນ. ຄຽງຂ້າງນັ້ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ບໍ່ພຽງແຕ່ແຮງກວ່າການຄາດຄະເນກ່ອນໜ້ານີ້ເທົ່ານັ້ນ ຫາກນັບມື້ນັບສັບສົນກວ່າ ຍ້ອນສະພາບຂາດຄວາມໝັ້ນທ່ຽງດ້ານເສດຖະກິດ - ການເມືອງໃນທົ່ວໂລກ.

ໃນບົດລາຍງານ “ສະພາບດິນຟ້າອາກາດທົ່ວໂລກ 2025”, ທີ່ປະກາດກົງກັບວັນອຸຕຸນິຍົມໂລກ (23 ມີນາ), ອົງການອຸຕຸນິຍົມໂລກ (WMO) ໃຫ້ຮູ້ວ່າ ດັດຊະນີເກືອບທັງໝົດກ່ຽວກັບດິນຟ້າອາກາດ ແລະ ສິ່ງແວດລ້ອມໃນໜ່ວຍໂລກລ້ວນແຕ່ໃນສະພາບເຕືອນໄພສີແດງ ແລະ ຍັງບໍ່ທັນເຫັນແງ່ຫວັງໄດ້ຮັບການປັບປຸງຢ່າງຈະແຈ້ງ.

ຄວາມຮ້ອນລະດັບປະຫວັດສາດ

ບົດລາຍງານຂອງ WMO ຊີ້ແຈ້ງວ່າ ໄລຍະ 2015 – 2025 ແມ່ນ 11 ປີຮ້ອນທີ່ສຸດໃນປະຫວັດສາດຍຸກໄໝ່ຂອງມະນຸດ, ໃນນັ້ນ ປີ 2025 ຢືນອັນດັບທີ 2 ຫຼື ທີ 3, ດ້ວຍອຸນຫະພູມສະເລ່ຍ ໃນທົ່ວໂລກສູງກວ່າປະມານ 1,43 ອົງສາ C ເມື່ອທຽບໃສ່ໄລຍະກ່ອນອຸດສາຫະກຳ 1850 – 1900.

ຕາມ WMO, ສິ່ງທີ່ໜ້າວິຕົກກັງວົນທີສຸດແມ່ນກສະພາບ “ຂາດຄວາມດຸ່ນດ່ຽງດ້ານພະລັງງານ” ຂອງໜ່ວຍໂລກ, ເປັນຄັ້ງທຳອິດທີ່ດັດຊະນີນີ້ໄດ້ນຳເຂົ້າບົດລາຍງານ ຄືດັ່ງເຄື່ອງວັດແທກຫຼັກ. ໃນໄລຍະ 20 ປີຜ່ານມາ, ແຕ່ລະປີ, ມະຫາສະໝຸດໄດ້ຮັບເອົາປະລິມານພະລັງງານເທົ່າກັບມານປະ 18 ເທົ່າຂອງການໃຊ້ພະລັງງານທັງໝົດຂອງມະນຸດ. ມະຫາສະໝຸດອຸ່ນຂຶ້ນ ໄດ້ສົ່ງຜົນຕາມມາຫຼາຍຢ່າງ, ລວມມີ: ລະບົບຊີວະພາບທະເລຊຸດໂຊມ, ຂາດຊີວະນາໆພັນ, ຫຼຸດຜ່ອນຄວາມສາມາດດູດຊຶມຄາບອນ, ພະຍຸເຂດຮ້ອງເພີ່ມຂຶ້ນ… ນາບຂູ່ເຖິງການດຳລົງຊີວິດ ແລະ ການຫາເງິນລ້ຽງຊີບຂອງປະຊາຊົນນັບຕື້ຄົນ. ທ່ານນາງ Ko Barrett, ຮອງເລຂາທິການໃຫຍ່ຂອງ WMO, ຍອມຮັບວ່າ:

ຄວາມຈິງແລ້ວນີ້ແມ່ນສ່ວນໜຶ່ງຂອງສະພາບຮ້າຍແຮງວຽກງານຂອງພວກຂ້າພະເຈົ້າພຽງສະໜອງບັນດາຫຼັກຖານທີ່ພວກຂ້າພະເຈົ້າໄດ້ເຫັນຫວັງວ່າ ບັນດາຂໍ້ມູນນີ້ຈະສົ່ງເສີມໃຫ້ທຸກຄົນຈົ່ມີການກະທຳແຕ່ກໍ່ບໍ່ອາດປະຕິເສດໄດ້ວ່າ ດັດຊະນີທີ່ໄດ້ຍົກອອກມາ ສາມາດຈະນຳມາເຊິ່ງຄວາມຫວັງຫຼາຍ”.

ຄວາມຈິງແລ້ວ, ກ່ອນທີ່ WMO ປະກາດບົດລາຍງານປີນີ້, ນັກຊ່ຽວຊານດ້ານດິນຟ້າອາກາດໃນໂລກເກືອບທັງໝົດຖືວ່າ ດິນຟ້າອາກາດທົ່ວໂລກພວມຢູ່ໃນສະພາວະສຸກເສີນ, ເມື່ອໜ່ວຍໂລກພວມຖືກຍູ້ໄປເກີນຂອບເຂດ. ຄຽງຂ້າງນັ້ນ, ບັນດາຄຳໝັ້ນສັນຍາກ່ຽວກັບການກະທຳຮັບມືກັບສະພາບດິນຟ້າອາອາດໃນຊຸມປີຜ່ານມາມີສັນຍານຢຸດສະງັກນັ້ນ ຍິ່ງເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ທ່ານນາງ Samantha Burgess, ນັກຊ່ຽວຊານດ້ານຍຸດທະສາດດິນຟ້າອາກາດ ຢູ່ສະຖາບັນຄົ້ນຄວ້າການປ່ຽນແປງຂອງດິນຟ້າອາກາດ Copernicus (C3S) ຂອງສະຫະພາບ ເອີລົບ, ໃຫ້ຂໍ້ສັງເກດວ່າ:

“ຂ້າພະເຈົ້າຄິດວ່າໃນ 1 ທົດສະວັດຈະມາເຖິງ, ໝາຍຄວາມວ່າໃນຊຸມປີ 2030, ອຸນຫະພູມຂອງໜ່ວຍໂລກຈະອຸ່ນຂຶ້ນອີກ. ອາກາດຮ້າຍແຮງໃນໂລກຈະເພີ່ມຂຶ້ນ ແລະ ຜົນຕາມມາຈາກສະພາບອຸນຫະພູມຮ້າຍແຮງນີ້ກໍ່ຈະຮ້າຍແຮງກວ່າ. ຍາມນັ້ນສະພາບດິນຟ້າອາກາດເຢັນສະບາຍຂອງຊຸມປີ 2020 ພຽງແຕ່ແມ່ນຄວາມຊົງຈຳເທົ່ານັ້ນ. ນີ້ແມ່ນຄວາມວິຕົກກັງວົນຢ່າງແທ້ຈິງ”.

ການປະທະກັນກໍ່ຜົນຮ້າຍຕໍ່ສິ່ງແວດລ້ອມ

ບັນດາການຜັນແປຢ່າງໃຫຍ່ຫຼວງກ່ຽວກັບພູມສາດການເມືອງ ແລະ ເສດຖະກິດໃນໂລກຫວ່າງມໍ່ໆມານີ້ ພວມສ້າງສິ່ງທ້າທາຍຫຼາຍພໍສົມຄວນໃຫ້ແກ່ບັ້ນຮົບຕ້ານການປ່ຽນແປງຂອງດິນຟ້າອາກາດ. ລັດຖະບານຫຼາຍປະເທດໄດ້ຫຼຸດຜ່ອນຄຳໝັ້ນສັນຍາ, ຊ້ຳບໍ່ໜຳແມ່ນປະລະນະໂຍບາຍອຸດສາຫະກຳສີຂຽວທີ່ໄດ້ຍົກອອກມາກ່ອນໜ້ານັ້ນ. ຕໍ່ໜ້າຄວາມກົດດັນແກ່ງແຍ້ງດ້ານເສດຖະກິດ, ອຳນາດການປົກຄອງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ຍົກເລີກການໜູນຊ່ວຍລົດໄຟຟ້າ, ຍູ້ແຮງການຂຸດຄົ້ນ ແລະ ນ້ຳໃຊ້ເຊື້ອເພີງ ກໍຄືຖອນອອກຈາກຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຫຼາຍສະບັບ. ສິ່ງທີ່ໜ້າວິຕົກກັງວົນກວ່າແມ່ນ, ບັນດາການປະທະກັນດ້ານພູມສາດການເມືອງຫວ່າງມໍ່ໆມານີ້ຢູ່ຫຼາຍແຫ່ງ (ຢູແກຼນ, ກາຊາ, ຕາເວັນອອກກາງ…) ພວມທຳລາຍສິ່ງແວດລ້ອມ ແລະ ສ້າງຜົນຕາມມາຢ່າງຍາວນານ. ທ່ານ Stephane Dujarric, ໂຄສົກຂອງສະຫະປະຊາຊາດ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມີຄວາມວິຕົກກັງວົນເປັນພິເສດຕໍ່ບັນດາບົດລາຍງານຫວ່າງມໍ່ມານີ້ ກ່ຽວກັບການບຸກໂຈມຕີໃສ່ຮາກຖານນ້ຳມັນສິ່ງທີ່ອາດຈະກໍ່ໃຫ້ເກີດບັນດາຜົນຮ້າຍຕໍ່ສິ່ງແວດລ້ອມຢ່າງຮ້າຍແຮງໃນທົ່ວພາກພື້ນ ຕາເວັນອອກກາງແລະ ສົ່ງຜົນສະທ້ອນໃນທັນທີຕໍ່ແຫຼ່ງນ້ຳສະອາດອາກາດ ຫຼື ທັນຍາຫານນອກນັ້ນ, ຍັງມີເຫດບຸກໂຈມຕີແນໃສ່ບັນດາໂຮງງານກັນຕ້ອງນ້ຳເຂັມຢູ່ປະເທດຈຳນວນໜຶ່ງ”.

ແຫຼ່ງສະໜອງພະລັງງານໃນທົ່ວໂລກຖືກຂາດຕິດຂາດຕອນໃຫຍ່ທີ່ສຸດໃນປະຫວັດສາດຍ້ອນຊ່ອງແຄບທະເລ Hormuz ຖືກອຸດຕັນ ຈະສົ່ງຜົນສົ່ງຜົນກະທົບໃນໄລຍະຍາວ. ເຖິງຢ່າງໃດກໍ່ຕາມ, ກົງກັນຂ້າມ, ໃນໄລຍະຍາວ ວິກິດການດ້ານພະລັງງານນີ້ກໍ່ຈະແມ່ນບົດຮຽນກ່າວເຕືອນເພື່ອໃຫ້ບັນດາປະເທດຍູ້ແຮງການພັດທະນາແຫຼ່ງພະລັງງານທົດແທນໃຫ້ແກ່ນ້ຳມັນ ແລະ ອາຍແກັດ, ພິເສດແມ່ນພະລັງງານທົດແທນ. ສະນັ້ນ, ນີ້ແມ່ນບຸລິມະສິດເຊິ່ງສະຫະປະຊາຊາດຈະຊຸກຍູ້ໃນໄລຍະຈະມາເຖິງ, ເພື່ອເພີມກຳລັງແຮງໃຫ້ແກ່ເຄື່ອງມືນີ້ໃນການຕ້ານການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ ໂຮມ​ພາກ​ໃຕ້ ລີ​ບັງ​ ເຂົ້າ

ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ ໂຮມ​ພາກ​ໃຕ້ ລີ​ບັງ​ ເຂົ້າ

ທ່ານ Bezalel Smotrich ລັດຖະມົນຕີການເງິນ ອິດສະຣາແອັນ ຖະແຫຼງວ່າ ອິດສະຣາແອັນ ຄວນເປີດກວ້າງຊາຍແດນ ກັບ ລີບັງ ຮອດແມ່ນ້ຳ Litani ຢູ່ເຂດພາກໃຕ້ຂອງປະເທດນີ້.

Top