ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ແຕ່ໃນອາຍຸການນີ້ກໍ່ມີເງື່ອນໄຂເພື່ອພົບເຫັນບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນ, ພິເສດແມ່ນໃນໄລຍະເກີດພະຍາດໂຄວິດ -19. ພ້ອມກັນນັ້ນ, ທ່ານກໍ່ໃສ່ໃຈວ່າ ເລື່ອງຄັດເລືອກນາມມະຍົດວິລະຊົນແຮງງານ, ວິລະຊົນກຳລັງປະກອບອາວຸດປະຊາຊົນ ສຳລັບບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານດີເດັ່ນພິເສດ, ພົ້ນເດັ່ນໃນບັນດາຂະບວນການຕ່າງໆ, ຄື: ການລົງທຶນພັດທະນາພື້ນຖານໂຄງລ່າງຍຸດທະສາດ; ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ; ຮັບປະກັນຊີວິດສັງຄົມ; ກິລາ, ວັດທະນະທຳ; ການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ...








