ຊຸກຍູ້ການທູດເສດຖະກິດ, ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການເຮັດວຽກກັບບັນດາຫົວໜ້າອົງການຜູ້ຕາງໜ້າປະຈຳຕ່າງປະເທດ ກ່ຽວກັບວຽກງານຍູ້ແຮງການທູດເສດຖະກິດ, ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 22 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ສະເໜີຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຄົບຊຸດເລື່ອງຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ, ສົ່ງເສີມດ້ານການຄ້າ; ຂຸດຄົ້ນສັນຍາການຄ້າເສລີ 17 ສະບັບ (FTA) ທີ່ໄດ້ລົງນາມແລ້ວໃຫ້ມີປະສິດທິຜົນ, ພ້ອມກັນນັ້ນ, ຊຸກຍູ້ການລົງນາມບັນດາສັນຍາການຄ້າເສລີທີ່ໄດ້ຕົກລົງໃນຂັ້ນສູງແລ້ວ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ:
“ການທູດເສດຖະກິດແມ່ນໜຶ່ງໃນບັນດາຈຸດສຸມຂອງຂະແໜງການທູດໃນຍຸກສະໄໝໃໝ່. ສະນັ້ນ, ພວກເຮົາຕ້ອງເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດຢ່າງແໜ້ນແຟ້ນ, ກວມລວມ, ຮອບດ້ານກວ່າ ແລະ ໃນຕົວຈິງ ພວກເຮົາຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອເຮັດ. ຂໍ້ຕົກລົງຂັ້ນສູງແມ່ນດີແລ້ວ, ປະຈຸບັນ ບັນດາເອກອັກຄະລັດຖະທູດ, ບັນດາອົງການ, ກະຊວງ, ຂະແໜງການຕ້ອງຜັນຂະຫຍາຍໃນທັນທີ”.
ທ່ານນາຍົກລັດຖະມົນຕີໃສ່ໃຈວ່າ ຕ້ອງສິ້ນສຸດການເຈລະຈາ FTA ກັບກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR), ບຣາຊິນ; ຊຸກຍູ້ການລົງນາມໃນສັນຍາການຄ້າດ້ານເຂົ້າສານກັບ 5 ປະເທດ, ອິນໂດເນເຊຍ, ຟີລິບປິນ, ມາເລເຊຍ, ສິງກະໂປ, ບຣາຊິນ; ຊຸກຍູ້ບັນດາໂຄງການເສັ້ນທາງລົດໄຟເຊື່ອມຕໍ່ ຈີນ, ອາຊີກາງ…