ຂ່າວສານ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງກວດກາຄືນປັບປຸງ, ເພີ່ມເຕີມກົດໝາຍສະບັບຕ່າງໆເພື່ອສ້າງສາ, ພັດທະນາ
ວັນທີ 23 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມລັດຖະບານຫົວເລື່ອງສ້າງກົດໝາຍເດືອນ ກໍລະກົດ ປີ 2025 ເພື່ອພິຈາລະນາ, ປະກອບຄຳເຫັນໃສ່ 8 ເນື້ອໃນສ້າງກົດໝາຍ, ໃນນັ້ນ ມີຮ່າງກົດໝາຍ 7 ສະບັບ ແລະ ໂຄງການສ້າງກົດໝາຍຂອງລັດຖະບານປີ 2026.
ກົດໝາຍທີ່ໜ້າສົນໃຈຈຳນວນໜຶ່ງ, ຄື: ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ; ກົດໝາຍວ່າດ້ວຍການບິນພົນລະເມືອງ (ປ່ຽນແທນ); ກົດໝາຍວ່າດ້ວຍການຄ້າເອເລັກໂຕນິກ (ປ່ຽນແທນ) ແລະ ຂໍ້ສະເໜີຂອງລັດຖະບານກ່ຽວກັບໂຄງການສ້າງກົດໝາຍປີ 2026.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລືບັນດາເນື້ອໃນຂອງຮ່າງກົດໝາຍ ແລະ ໂຄງການສ້າງກົດໝາຍ, ຮີບເຮັ່ງແກ້ໄຂບັນດາຂໍ້ຕິດຂັດໃນຕົວຈິງ, ສ້າງສາເພື່ອການພັດທະນາ. ໃນນັ້ນ, ສຳລັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ເນັ້ນໜັກວ່າ:
“ການສະກັດກັ້ນ, ຍູ້ອາດຊະຍາກຳຢາເສບຕິດໃຫ້ຖອຍໄປ ແມ່ນການສະກັດກັ້ນ, ຍູ້ການພັດທະນາແຫຼ່ງຄວາມຕ້ອງການຢາເສບຕິດໃຫ້ຖອຍໄປ. ພ້ອມກັນນັ້ນ, ກໍຫັນທັດສະນະໃໝ່ຂອງພັກເປັນລະບອບລະບຽບການ, ນັ້ນແມ່ນ ເມື່ອຕິດຢາເສບຕິດແລ້ວແມ່ນໂທດກຳ, ເພື່ອໃຫ້ມີການປະພຶດທີ່ເໝາະສົມກັບອາດຊະຍາກຳ. ເຖິງຢ່າງໃດກໍ່ຕາມ, ກໍໍ່ຕ້ອງເອົາໃຈໃສ່ເຖິງບັນຫາມະນຸດສະທຳ”.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ສືບຕໍ່ສຸມໃສ່ຊີ້ນຳ, ນຳພາ, ລົງທຶນແຫຼ່ງຊັບພະຍາກອນມະນຸດ, ການເງິນ, ພື້ນຖານດ້ານວັດຖຸ ເພື່ອແກ້ໄຂບັນດາຂໍ້ຕິດຂັດໃນລະບອບລະບຽບການ, ກົດໝາຍໃນປີ 2025, ສ້າງສັນການພັດທະນາ, ຮັບໃຊ້ປະຊາຊົນ, ນຳລະບອບລະບຽບການຈາກ “ຈຸດອຸດຕັນຂອງອຸດຕັນ” ກາຍເປັນທ່າແຮງແກ່ງແຍ້ງຂອງປະເທດຊາດ.