• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Aramco ເຂົ້າຮ່ວມການລົງທຶນໃນຂົງເຂດກັ່ນນ້ຳມັນຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ສືບຕໍ່ແລກປ່ຽນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ, ມີບັນດາໂຄງການຮ່ວມມືລະອຽດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Amin Al-Nasser, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັນອາຍແກັດ ອາຣັບບີຊະອຸດີ)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 (FII8), ຢ້ຽມຢາມ, ເຮັດວຽກຢູ່ ອາຣັບບີຊະອຸດີ, ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ Riyadh, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Amin Al-Nasser, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັນອາຍແກັດ ອາຣັບບີຊະອຸດີ (Saudi Aramco).

        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ (PVN) ສືບຕໍ່ແລກປ່ຽນເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມຢ່າງສູງ, ມີບັນດາໂຄງການຮ່ວມມືລະອຽດ. ໃນນັ້ນ, ທ່ານນາຍົກລັດຖະມົນຕີ ສົ່ງເສີມໃຫ້ Saudi Aramco ຮ່ວມມືລົງທຶນຢູ່ ຫວຽດນາມ, ທັງການກັ່ນນ້ຳມັນ ແລະ ຜະລິດນ້ຳມັນ, ສາງ ແລະ ແຈກຢາຍ ບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ, ຫາກນັບທັງພາກພື້ນ ແລະ ໃນໂລກອີກດ້ວຍ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ Aramco ເຂົ້າຮ່ວມການລົງທຶນຢູ່ ຫວຽດນາມ ໃນຂົງເຂດນ້ຳມັນອາຍແກັດ, ພິເສດແມ່ນບັນດາໂຄງການກັ່ນນ້ຳມັນໃຫຍ່ຂອງ ຫວຽດນາມ, ພັດທະນາການຮ່ວມມືດ້ານການຄ້າ ໃນຂົງເຂດຜະລິດຕະພັນນ້ຳມັນ, ອາຍແກັດ, ເຄມີນ້ຳມັນອາຍແກັດ, ຄື: ນຳມັນດິບ, LNG, ຝຸ່ນເຄມີ…

        ພາຍຫຼັງພິທີຕ້ອນຮັບ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, PVN ແລະ Saudi Aramco ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດການຄ້ານ້ຳມັນອາຍແກັດ.

(ແຫຼ່ງຄັດຈາກ VOV)

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ

ສະ​ເໜີສອງ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ໜ້າ​ຊຸກ​ຍູ້​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ປະ​ສານ​ສົມ​ທົບ​ກັນ​ຄົ້ນ​ຄ້​ວາ, ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

Top