• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານກະກຽມສົກຮຽນໃຫມ່ 2023 – 2024 ຢູ່ ກອນຕູມ

ໃນການໄປປະຕິບັດງານຢູ່ ແຂວງ ກອນຕູມ, ຕອນເຊົ້າວັນທີ 19 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ໂຮງຮຽນມັດທະຍົມກິນນອນຊົນເຜົ່າ ຕູເມີຣົງ ຢູ່ ຕາແສງ ດັກຮ່າ ເມືອງ ຕູເມີຣົງ, ລົງກວດກາວຽກງານກະກຽມສົກຮຽນໃຫມ່ 2023 – 2024 ຂອງແຂວງ ກອນຕູມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ໃນສົກຮຽນໃຫມ່ 2023 – 2024, ຂະແຫນງການສຶກສາ ກອນຕູມ ແລະ ແຂວງ ຕ້ອງສຸມໃສ່ຍົກສູງຄຸນນະພາບການສິດສອນ ແລະ ຮ່ຳຮຽນ, ຮັບປະກັນໃຫ້ມີພື້ນຖານດ້ານວັດຖຸຢ່າງຄົບຖ້ວນໃຫ້ນັກຮຽນໃນການຮ່ຳຮຽນ, ດຳເນີນຊີວິດ ເປັນຕົ້ນແມ່ນບັນດາໂຮງຮຽນກິນນອນຊົນເຜົ່າ.  ທ່ານນາຍົກລັດຖະມົນຕີ ຫວັງວ່າ ສົກຮຽນໃຫມ່ນີ້ ຂະແຫນງການສຶກສາ ແລະ ບຳລຸງສ້າງ ແຂວງ ກອນຕູມ, ໂຮງຮຽນກິນນອນຊົນເຜົ່າ ຕູເມີຣົງ ຈະບັນລຸໝາກຜົນສູງກວ່າສົກຮຽນກ່ອນ.  
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢຶ້ຢ່າມຖາມຂ່າວຄູອາຈານຢູ່ ໂຮງຮຽນກິນນອນຊົນເຜົ່າ. ພາບ:Dương Giang/TTXVN  

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top