• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມສານກຳມະການ PCA, ພົບປະກັບຜູ້ວ່າການລັດ Amsterdam ແລະ ປະຊາຄົມຊາວ ຫວຽດນາມ ຢູ່ ໂຮນລັງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:໊ ຫວຽດນາມ ພ້ອມແລ້ວຈະແກ້ໄຂບັນດາການຂັດແຍ້ງສາກົນກັບບັນດາຄູ່ຮ່ວມມືຕ່າງປະເທດຢູ່ບັນດາອົງການເປັນກາງ, ໄກ່ເກ່ຍ ແລະ ເປັນກຳມະການສາກົນທີ່ເໝາະສົມກັບກົດໝາຍສາກົນ ແລະ ຮັບປະກັນຜົນປະໂຫຍດຂອງບັນດາຝ່າຍ...
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມສານກຳມະການ PCA  

ຫວຽດນາມ ຕີລາຄາສູງບົດບາດຂອງສານກຳມະການ PCA ໃນການໜູນຊ່ວຍບັນດາປະເທດແກ້ໄຂຄວາມຂັດແຍ້ງກັນສາກົນດ້ວຍລະບຽບການກຳມະການ, ການໄກ່ເກ່ຍສາກົນ. ນີ້ແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຕອນບ່າຍວັນທີ 11 ທັນວາ ເມື່ອຢ້ຽມຢາມສຳນັກງານຂອງສານກຳມະການ (PCA) ປະຈຳ ລາໄຮ (ປະເທດໂຮນລັງ) ແລະ ພົບປະທ່ານ ປອ Marcin Czepelak, ເລຂາທິການໃຫຍ່ PCA.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວຈະແກ້ໄຂບັນດາການຂັດແຍ້ງສາກົນກັບບັນດາຄູ່ຮ່ວມມືຕ່າງປະເທດຢູ່ບັນດາອົງການເປັນກາງ, ໄກ່ເກ່ຍ ແລະ ເປັນກຳມະການສາກົນທີ່ເໝາະສົມກັບກົດໝາຍສາກົນ ແລະ ຮັບປະກັນຜົນປະໂຫຍດຂອງບັນດາຝ່າຍ, ພ້ອມທັງສະເໜີໃຫ້ PCA ຕັ້ງໜ້າໜູນຊ່ວຍ, ໃຫ້ຄຳປຶກສາກັບ ຫວຽດນາມ ກ່ຽວກັບບົດຮຽນໃນການປະພຶດກ່ຽວກັບບັນຫາດິນແດນ, ເສດຖະກິດ, ການຄ້າ…; ພ້ອມທັງສ້າງເງື່ອນໄຂຮັບຊາວ ຫວຽດນາມ ເຂົ້າເຮັດວຽກຢູ່ PCA.

ສ່ວນທ່ານເລຂາທິການໃຫຍ່ Marcin Czepelak ຢັ້ງຢືນຄະຕິທຳຂອງ PCA ກໍ່ແມ່ນການກຳນົດທິດທີ່ ຫວຽດນາມ ເດີນຕາມ “ບໍ່ເລືອກຝ່າຍ, ແຕ່ເລື່ອກຄວາມຍຸຕິທຳ ແລະ ຄວາມຖືກຕ້ອງ”, ຕີລາຄາສູງບັນດາຄຳໝັ້ນສັນຍາຢ່າງແຮງ ແລະ ບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ.

ແລະກໍ່ໃນຕອນບ່າຍວັນທີ 11 ທັນວາ, ທ່ານນາຍົກລັດຖະມົນຕີ ໄດ້ເຮັດວຽກກັບປະທານສະຫະພັນຜູ້ໃຊ້ແຮງງານ ໂຮນລັງ; ຢ້ຽມຢາມນະຄອນຫຼວງ Amsterdam; ພົບປະກັບເຈົ້າຄອງນະຄອນ Amsterdam; ພົບປະກັບການນຳວິສາຫະກິດແຖວໜ້າ ໂຮນລັງ ຈຳນວນໜຶ່ງ. ແລະ ກໍ່ໃນຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະກັບຊາວ ຫວຽດນາມ ຢູ່ ໂຮນລັງ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top