• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: “ຊາວຫນຸ່ມເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ”

ຕອນເຊົ້າວັນທີ 20 ເມສາ ຢູ່ ນະຄອນ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບ “ແຜນຮ່າງຫນູນຊ່ວຍໃຫ້ນັກຮຽນ, ນັກສຶກສາ Startup ຮອດປີ 2025 ແລະ ໄຂງານບຸນ Startup ແຫ່ງຊາດ ຂອງນັກຮຽນ, ນັກສຶກສາ ຄັ້ງທີ VII ປີ 2025.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ. (ພາບ:TTXVN)  
ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນ: ຊາວຫນຸ່ມເຂັ້ມແຂງ ປະເທດຊາດຈຶ່ງເຂັ້ມແຂງ, ຕ້ອງສ້າງສະພາບແວດລ້ອມໃຫ້ຊາວຫນຸ່ມ Startup, ນະວັດຕະກຳ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນ: ພັກ ແລະ ລັດ ຍາມໃດກໍ່ຖືບົດບາດຂອງຊາວຫນຸ່ມເປັນພິເສດ, ຖືຊາວຫນຸ່ມ ແມ່ນກຳລັງຫລັກແຫລ່ງ, ພ້ອມແລ້ວທີ່ຈະມອບພາລະກຳນຳຫນ້າໃຫ້ແກ່ຊາວຫນຸ່ມໃນພາລະກິດແຫ່ງການສ້າງສາ ແລະພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ປາດຖະຫນາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຄາດຫວັງ, ພູມປັນຍາ, ພວກນ້ອງນັກຮຽນ ນັກສຶກສາ ປະຈຸບັນ  ແລະ 20 ລ້ານຊາວຫນຸ່ມຈະແມ່ນບັນດາຜູ້ນຳຫນ້າ, ກຳແຫນ້ນວິທະຍາສາດເຕັກໂນໂລຊີ,ຮັບຜິດຊອບພາລະກຳປະຫວັດສາດຢັ້ງຢືນຖານະບົດບາດຂອງຫວຽດນາມ ໃນສັງກາດດິຈິຕອນ, ນຳຫວຽດນາມ ກາຍເປັນສູນນະວັດຕະກຳຂອງພາກພື້ນ ແລະ ໂລກໃນສັງກາດບຸກບືນ, ພັດທະນາໃຫ້ຮັ່ງມີເຂັ້ມແຂງ, ສິວິໄລ ແລະ ວັດທະນາຖາວອນຂອງຊາດ.

(ແຫຼ່ງຄັດຈາກ VOV)

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

ບຸນ​ປີ​ໃໝ່​ລາວ: ນັກ​ສຶກ​ສາ ລາວ ຢູ່ ຫວຽດ​ນາມ ຕັ້ງ​ໜ້າ​​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ອັນ​ເປັນ​ມູນ​ເຊື້ອ

ເມື່ອເດືອນເມສາ ວຽນມາ, ໃນບັນຍາກາດຄືກຄື້ນມ່ວນຊື່ນຂອງຊຸມວັນທຳອິດຂອງປີໃໝ່ໄລຍະພຸດທະສັກກະລາດ, ປະຊາຄົມນັກສຶກສາ ລາວ ຢູ່ ຫວຽດນາມ ກໍພາກັນກະກຽມຈັດຕັ້ງບຸນປີໃໝ່ ດ້ວຍຄວາມກະຕືລືລົ້ນ. ປີ 2025, ບຸນປີໃໝ່ລາວ ພສ 2568 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ຢູ່ ຫວຽດນາມ ເຕົ້າໂຮມກັນຈັດງານບຸນ ແລະ ເຈືອຈານກັບບັນຍາກາດຢູ່ທາງບ້ານເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານອັນມີຊີວິດຊີວາຂອງນ້ຳໃຈສາມັກຄີກະຕຸກຊຸກຍູ້ກັນຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໄວໜຸ່ມລາວ ອີກດ້ວຍ.

Top