ວັນທີ 21 ກຸມພາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ ຄັ້ງທີ 2, ແຕ່ວັນທີ 25 – 28 ກຸມພາ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ຕາມສື່ມວນຊົນ ນິວຊີແລນ ທີ່ໃຫ້ຂ່າວໃນວັນດຽວກັນ, ໃນບົດກ່າວປາໄສກ່ອນການເດີນທາງໄປຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Christopher Luxon ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດບັນລຸລະດັບເຕີບໂຕໄວທີ່ສຸດຢູ່ພາກພື້ນ. ປີນີ້, 2 ປະເທດຈະຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນດ້ານການທູດ. ສະນັ້ນ, ການຢ້ຽມຢາມຄັ້ງນີ້ “ຈະຕໍ່ກຳລັງແຮງໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດ, ເພີ່ມທະວີພົວພັນການຄ້າທີ່ພວມມີຢູ່ແລ້ວ ແລະ ເປີດໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດ ນິວຊີແລນ ເພື່ອເພີ່ມລາຍຮັບ ແລະ ສ້າງວຽກເຮັດງານທຳຢູ່ ນິວຊີແລນ”.