• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດເຮັດວຽກກັບແຂວງ ນິງທ້ວນ

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ ນະຄອນ ຟານຣາງ - ທາບຈ່າມ, ແຂວງນິງທ້ວນ. ຄະນະປະຕິບັດງານຂອງສະພາແຫ່ງຊາດໂດຍທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທີ່ຟ໊ອງ ນຳໜ້າໄດ້ເຮັດວຽກກັບການນຳ ແຂວງນິງທ້ວນ ກ່ຽວກັບສະພາບເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ 2019 ກໍ່ຄືໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີນີ້.

ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທີ່ຟ໊ອງ ເຮັດວຽກກັບແຂວງ ນິງທ້ວນ (ພາບ:dangcongsan.vn)

ທ່ານນາງຮອງປະທານສະພາແຫ່ງຊາດໄດ້ເຊີດຊູຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ຄວາມມານະພະຍາຍາມບືນຕົວຂຶ້ນຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນແຂວງ. ຈາກນັ້ນເຮັດໃຫ້ແຂວງ ນິງທ້ວນ ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າ ຕາມເປົ້າໝາຍຂອງມະຕິທີ່ຄະນະພັກແຂວງໄດ້ວາງອອກ, ເປັນຕົ້ນແມ່ນເລື່ອງຍູ້ແຮງການປະຕິຮູບການບໍລິຫານ, ດຶງດູດການລົງທຶນ…

        ກ່ອນໜ້ານັ້ນ, ເມື່ອລົງຢ້ຽມຢາມອຳນາດການປົກຄອງ ແລະ ປະຊາຊົນ ຕາແສງບິ່ງເຟືອກ, ເມືອງ ນິງເຟືອກ, ທ່ານນາງຮອງປະທານປະຈຳສະພາແຫ່ງຊາດ ຕ່ອງທິຟ໊ອງ ປາດຖະໜາວ່າ ເມືອງນິງທ້ວນຈະບັນລຸ້ໄດ້ເປົ້າໝາຍກາຍເປັນເມືອງຊົນນະບົດໃໝ່ທຳອິດຂອງ ແຂວງນິງທ້ວນ ໂດຍໄວ. ເນື່ອງໃນໂອກາດນີ້, ທ່ານນາງ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນ 20 ພູດໃຫ້ແກ່ບັນດາຄອບຄົວຊົນເຜົ່າ ຈຳ ແລະ Raglai ທີ່ດີເດັ່ນໃນບໍລິເວນຕາແສງ ເຟືອກຮືວ, ເມືອງນິງເຟືອກ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top