• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງຮອງປະທານປະເທດ ຫວໍທິແອ໊ງຊວັນ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ແຂວງ ອຸດອນທານີ (ປະເທດໄທ)

ທ່ານນາງຮອງປະທານປະເທດ ຫວໍທິແອ໊ງຊວັນ ຕີລາຄາສູງນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງພໍ່ແມ່ປະຊາຊົນ, ນ້ຳໃຈສະໜິດຕິດພັນ, ອວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ
  ທ່ານນາງຮອງປະທານປະເທດ ຫວໍທິແອ໊ງຊວັນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Huy Tiến/TTXVN)  

 ໃນຂອບເຂດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກປີ 2022 (GSW 2022) ຢູ່ປະເທດໄທ, ວັນທີ 21 ມິຖຸນາ, ທ່ານນາງຮອງປະທານປະເທດ ຫວໍທິແອ໊ງຊວັນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດອນທານີ, ພົບປະກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ໄທ ແລະ ຢ້ຽມຢາມໂຮງຮຽນ ແຄ໋ງອານ.

ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍທິແອ໊ງຊວັນ ຕີລາຄາສູງນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງພໍ່ແມ່ປະຊາຊົນ, ນ້ຳໃຈສະໜິດຕິດພັນ, ອວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະ ບັນດາການປະກອບສ່ວນອັນລ້້ຳຄ່າຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ໄທ ລຸ້ນຕ່າງໆ ທີ່ມີຕໍ່ການປະຕິວັດ ຫວຽດນາມ ໃນໄລຍະຕໍ່ສູ້ເມື່ອກ່ອນນີ້, ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.

ກ່ອນໜ້ານັ້ນ, ທີ່ໂຮງຮຽນ ແຄ໋ງອານ, ຄະນະປະຕິບັດງານໄດ້ພົບປະກັບຖັນແຖວຄູອາຈານ ແລະ ນັກຮຽນຮຽນພາສາ ຫວຽດ. ທ່ານນາງຮອງປະທານປະເທດ ຫວັງວ່າ ບັນດາຄູອາຈານ ຈະສົມທົບການສອນພາສາ, ໜັງສື ຫວຽດ ກັບການສຶກສາປະຫວັດສາດ, ວັດທະນະທຳ ຫວຽດນາມ ແລະ ປະຫວັດສາດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ໄທ, ຜ່ານນັ້ນໄດ້ປຸກລຸກຄວາມເອກອ້າງທະນົງໃຈ, ຮັດແໜ້ນການຮ່ວມສຳພັນລະຫວ່າງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ໄທ ກັບບ້ານເກີດເມືອງນອນຕື່ມອີກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top