• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປຢ້ຽມຢາມ ຈີນ ຢ່າງເປັນທາງການ

      ຕອນເຊົ້າວັນທີ 08 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງໄປຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 08 - 12 ກໍລະກົດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເດີນທາງໄປຢ້ຽມຢາມ ຈີນ
ຢ່າງເປັນທາງການ (ພາບປະກອບ: quochoi.vn) 
      ການຢ໊ຽມຢາມຄັ້ງນີ້ ໄດ້ປະຕິບັດຕາມຄໍາເຊີນຂອງທ່ານ ລີຈານຊູ ກໍາມະການໃຫຍ່ຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.
        ນີ້ແມ່ນການຢ້ຽມຢາມປະເທດຈີນ ຄັ້ງທໍາອິດຂອງການນໍາພັກ, ລັດ ຫວຽດນາມ ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນ, ພ້ອມທັງແມ່ນການຢ້ຽມຢາມ ຈີນ ຄັ້ງທໍາອິດຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ດ້ວຍຖານະເປັນຜູ້ນໍາອົງການນິຕິບັນຍັດຂອງຫວຽດນາມ.    
        ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ປະຕິບັດຂໍ້ຕົກລົງວ່່າດ້ວຍການຮ່ວມມືລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ເອກະສານສະບັບຕ່າງໆ, ລາຍການ, ໂຄງການຮ່ວມມື ທີ່ສອງຝ່າຍໄດ້ລົງນາມກັນໃຫ້ມີປະສິດທິຜົນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຍັງແລກປ່ຽນກັບການນໍາຂັ້ນສູງ ຈີນ ກ່ຽວກັບບັນດາມາດຕະການເພື່ອແນໃສ່່ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນບັນດາຂົງເຂດລະອຽດ ແລະ ທິດທາງການຮ່ວມມືລະຫວ່່າງສະພາແຫ່ງຊາດສອງປະເທດໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top