• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ​ຫງວຽນ​ຊວັນ​ຟຸກ​ ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ຫວຽດ​ນາມ ເປັນເຈົ້າ​ພາບ​ພິ​ທີ​ຕ້ອ​ນ​ຮັບ, ກ​ານພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ Prasad Sharma Oli ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເນ​ປານ

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານ ນາຍົກລັດຖະມົນຕີ ເນປານ, ເປັນຕົ້ນແມ່ນເລື່ອງສອງຝ່າຍໄດ້ລົງນາມໃນເອກະສານສຳຄັນຫຼາຍສະບັບ.

ພິທີຕ້ອນຮັບທ່ານ Prasad Sharma Oli ນາຍົກລັດຖະມົນຕີ ປະຊາທິປະໄຕ ສະຫະພັນ ເນປານ (ພາບ: ຍືອຽນ/tienphong.vn)

ພິທີຕ້ອນຮັບທ່ານ Prasad Sharma Oli ນາຍົກລັດຖະມົນຕີ ປະຊາທິປະໄຕ ສະຫະພັນ ເນປານ ແລະ ພັນລະຍາຖືກດຳເນີນໃນຕອນເຊົ້າວັນທີ 11 ພຶດສະພາ, ຢູ່ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ດຳເນີນການພົບປະເຈລະຈາ. ທີ່ນີ້, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນຂອງການຢ້ຽມຢາມ ຫວຽດນາມ ຂອງທ່ານ ນາຍົກລັດຖະມົນຕີ ເນປານ, ເປັນຕົ້ນແມ່ນເລື່ອງສອງຝ່າຍໄດ້ລົງນາມໃນເອກະສານສຳຄັນຫຼາຍສະບັບຄື: ສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ທີ່ມີໜັງສືຜ່ານແດນທາງການທູດ ແລະທາງລັດຖະການ ລະຫວ່າງລັດຖະບານສອງປະເທດ; ບົດບັນທຶກຊ່ວຍຈຳກ່ຽວກັບການສ້າງກົນໄກປຶກສາຫາລືສອງຝ່າຍລະຫວ່າງກະຊວງການຕ່າງປະເທດສອງປະເທດ; ຈົດໝາຍສະແດງເຈດຈຳນົງກ່ຽວກັບການເຈລະຈາ ແລະ ລົງນາມ ສັນຍາແມ່ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ, ການຄ້າ ແລະ ການສະໜອງ ຂອງ ເນປານ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ເນປານໜູນຊ່ວຍວິສາຫະກິດ ຫວຽດນາມໃນການຊອກຮູ້ໂອກາດການລົງທຶນໃນທຸກໆຂົງເຂດ, ພິເສດແມ່ນ ພະລັງງານ, ພື້ນຖານໂຄງລ່າງ ແລະ ໂທລະຄົມມະນາຄົມ. ສອງຝ່າຍໄດ້ເຫັນດີເປັນເອກະພາບພິຈາລະນາບັນດາຂໍ້ສະເໜີເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດຂອງແຕ່ລະປະເທດ, ພ້ອມທັງຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານ, ເປີດກ້ວາງການຮ່ວມມືກ່ຽວກັບກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ແລກປ່ຽນນັກຊ່ຽວຊານດ້ານກະສິກຳ. ສອງຝ່າຍເຫັນດີເປັນເອກະພາບຈະເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ, ພົບປະແລກປ່ຽນ ປະຊາຊົນ. ຝ່າຍຫວຽດນາມໄດ້ເຫັນດີຊຸກຍູ້ການສ້າງຕັ້ງສະມາຄົມມິດຕະພາບ ຫວຽນາມ - ເນປານ ຢູ່ ຮ່າໂນ້ຍ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top