ຂ່າວສານ
ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານພິທີຕ້ອນຮັບ ທ່ານ Donald Tusk ນາຍົກລັດຖະມົນຕີ ສ.ໂປໂລຍ ຢ່າງເປັນທາງການ
ຕອນເຊົ້າວັນທີ 26 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ທ່ານ Donald Tusk ນາຍົກລັດຖະມົນຕີ ສ.ໂປໂລຍ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ຕຸລາ.
ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານໄດ້ພົບປະກັນກ່ອນທີ່ຈະນຳພາຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະເຈລະຈາເພື່ອແນໃສ່ຕີລາຄາໝາກຜົນຂອງການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ສະເໜີບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ.
ຕາມທ່ານ ຮ່າຮວ່າງຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ແລ້ວ, ການຢ້ຽມຢາມ ຫວຽດນາມ ຂອງທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ໄດ້ຮັບຄວາມຫວັງວ່າຈະສ້າງໂອກາດຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນຕາມທິດທີ່ແທ້ຈິງ, ປັບປຸງເງື່ອນໄຂການເຂົ້າເຖິງຕະຫຼາດ ແລະ ແກ້ໄຂບັນດາຮົ້ວກີດຂວາງສຳລັບສິນຄ້າສອງປະເທດ.
ໃນຂະນະນັ້ນ, ທ່ານນາງ Joanna Skoczek ອຸປະທູດຊົ່ວຄາວ ສະຖານທູດ ໂປໂລຍ ປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ ການຢ້ຽມຢາມຂອງ ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ແມ່ນເພື່ອແນໃສ່ກຳນົດ ແລະ ຢັ້ງຢືນບັນດາຂົງເຂດທີ່ມີແງ່ຫວັງຮ່ວມມືໃຫຍ່ທີ່ສຸດລະຫວ່າງສອງປະເທດ, ນັ້ນແມ່ນການສຶກສາ, ການຄ້າ, ການຮ່ວມມືຢູ່ບັນດາເວທີປາໄສສາກົນ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.






