ໃນວັນທີ 26 ສິງຫາ, ຢູ່ທີ່ ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານ
ສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມໄດ້ໃຫ້ການຕ້ອນຮັບທ່ານ Gianni Infantino ປະທານສະຫະພັນບານເຕະ ໂລກ (FIFA)ທີ່ກຳລັງມີໜ້າຢູ່ ຮ່າໂນ້ຍ ເພື່ອເຂົ້າຮ່ວມຊົມການແຂ່ງຂັນ ນັດຊິງຊະນະເລີດນັດທີ2 ASEAN Cup 2026 ລະຫວ່າງ ທີມຊາດ ຫວຽດນາມ ແລະ ໄທ.
ໃນການຕ້ອນຮັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃຫ້ FIFA ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂ ເອື້ອອຳນວຍ ສະໜັບສະໜູນ ຫວຽດນາມ ໃນການຄົ້ນຄວ້າ, ເປັນເຈົ້າພາບຈັດຕັ້ງ ການແຂ່ງຂັນຈຳນວນໜຶ່ງໃນໃນລະບົບ ຂອງ FIFA, ໃນສະເພາະໜ້າ ແມ່ນໃຫ້ບຸລິມະສິດ ບັນດາ ການແຂ່ງຂັນ ທີ່ເໝາະສົມ ກັບເງື່ອນໄຂ ພື້ນຖານວັດຖຸ, ຄວາມສາມາດ ໃນການຈັດຕັ້ງ ຂອງຫວຽດນາມ; ສືບຕໍ່ ສະໜັບສະໜູນ ຫວຽດນາມ ໃນການຝຶກອົບຮົມ ຄູຝຶກ, ກຳມະການ ແລະ ຍົກສູງ ຄວາມສາມາດດ້ານວິຊາສະເພາະ, ຄວາມສາມາດ ໃນການຄຸ້ມຄອງ ບານເຕະ, ພັດທະນາ ບານເຕະ ຍິງ; ບານເຕະຂັ້ນໂຮງຮຽນ, ບານເຕະ ຂະບວນການໄປເຖິງ ບານເຕະ ອາຊີບ ແລະ ທີມຊາດ.
ສ່ວນທ່ານ Gianni Infantino ປະທານ FIFA ໄດ້ຢັ້ງຢືນວ່າ ພ້ອມແລ້ວທີ່ຈະ ຮ່ວມເດີນທາງ ກັບ ຫວຽດນາມ ໃນການແບ່ງປັນ ບົດຮຽນ, ສະໜັບສະໜູນ ຢ່າງສູດຂີດ ກ່ຽວກັບ ພື້ນຖານໂຄງລ່າງ, ວິຊາສະເພາະເຕັກນິກ ກໍຄືວຽກງານ ການບຳລຸງສ້າງການພັດທະນາ ບານເຕະ ຊຸມຊົນ, ບານເຕະໜຸ່ມ; ສະໜັບສະໜູນການຍົກສູງ ຄຸນນະພາບ ການຄຸ້ມຄອງ ກໍຄື ປັບປຸງ ພື້ນຖານໂຄງລ່າງ ໃຫ້ສົມບູນແບບ ໃນໄລຍະຈະມາເຖິງ.






