ຕອນເຊົ້າວັນທີ 07 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນ ກໍລະກົດ ແລະ 7 ເດືອນຂອງປີ 2025; ສະພາບການປ່ອຍເງິນລົງທຶນສາທາລະນະ, 3 ໂຄງການເປົ້າໝາຍແຫ່ງຊາດ, ການຮັບມືກັບນະໂຍບາຍພາສີອາກອນຂອງ ອາເມລິກາ…
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ນັບແຕ່ນີ້ຮອດທ້າຍປີແມ່ນເວລາຍັງຫຼາຍແລ້ວ, ແຕ່ມີວຽກງານຫຼາຍ, ຮຽກຮ້ອງຕ້ອງເພີ່ມຄວາມໄວ, ບຸກທະລຸ. ທ່ານສະເໜີໃຫ້ກອງປະຊຸມສຸມໃສ່ປືກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງເດືອນ ກໍລະກົດ ແລະ 7 ເດືອນຂອງປີ 2025; ບັນດາໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄຕມາດທີ 3 ແລະ ໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ກໍ່ຕີລາຄາສະພາບການ, ຄວາມຄືບໜ້າ, ໝາກຜົນການສັບຊ້ອນກົງຈັກລັດ, ຫົວໜ່ວຍບໍລິຫານ ແລະ ການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ບັນດາມາດຕະການເພື່ອເຮັດໃໝ່ບັນດາກຳລັງໜູນການເຕີບໂຕທີ່ເປັນມູນເຊື້ອ ເພື່ອແນໃສ່ບັນລຸເປົ້າໝາຍການເຕີບໂຕແຕ່ 8,3 – 8,5% ໃນປີ 2025.
“ນີ້ແມ່ນບັນຫາສຳຄັນ, ນັບທັງສູນກາງ ແລະ ທ້ອງຖິ່ນລ້ວນແຕ່ຕ້ອງກຳແໜ້ນສະພາບການຢ່າງແນວແນ່, ລ້ວນແຕ່ຕ້ອງຍົກອອກມາດຕະການແກ້ໄຂຢ່າງທັນການ, ມີໄຫວພິບ, ມີປະສິດທິຜົນ; ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ, ຂອງວິສາຫະກິດ, ຂອງສັງຄົມຢ່າງສຸດຂີດ ແລະ ກຳລັງແຮງຂອງຄວາມມະຫາສາມັກຄີທົ່ວປວງຊົນທັງຊາດ, ກຳລັງແຮງຂອງພູມປັນຍາ, ກຳລັງແຮງຂອງເວລາ ແລະ ຄວາມຕັດສິນໃຈ… ເພື່ອປະຕິບັດບັນດາໜ້າທີ່ ທີ່ອາດຈະເກີດຂຶ້ນໃໝ່, ອາດຈະສັບສົນ ແລະ ນອນຢູ່ນອກການຄາດຄະເນ”.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ສະເໜີການຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ; ເປັນເຈົ້າການ, ມີໄຫວພິບເພື່ອຮັບມືກັບນະໂຍບາຍພາສີອາກອນຂອງ ອາເມລິກາ ໃຫ້ມີປະສິດທິຜົນ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ຕິດພັນກັບເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນດ້ວຍຕົນເອງ.