• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ກວ່າ 4 ລ້ານຄົນ

      -   ໄລ່ຮອດຕອນເຊົ້າວັນທີ 7 ກໍລະກົດ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 185 ລ້ານຄົນ, ໃນນັ້ນ ມີກວ່າ 4 ລ້ານຄົນເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
(ພາບ: ກະຊວງສາທາລະນະສຸກ ຫວຽດນາມ)
      ຖ້າໄລ່ຕາມອັດຕາປະຊາກອນແລ້ວ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ຖັດຈາກນັ້ນແມ່ນ ຮຸງກາຣີ, ບົດສະນີ, ແຮັກໂກເວຍນາ.
        ວັນທີ 6 ກໍລະກົດ, ອົງການຄວບຄຸມ ແລະ ປ້ອງກັນໂລກລະບາດ ສ.ເກົາຫຼີ (KDCA) ໃຫ້ຮູ້ວ່າ ປະເທດນີຢັ້ງຢືນມີຜູ້ຕິດເຊື້ອໄວຣັດປ່ຽນພັນໃໝ່ 4 ຊະນິດຕົ້ນຕໍ ຈາກ ໄວຣັດ SARS – CoV - 2 ຕື່ມອີກ 325 ຄົນ. ອົງການ KDCA ກໍກ່າວເຕືອນວ່າ ສ.ເກົາຫຼີ ກຳລັງຢືນຢູ່ຕໍ່ໜ້າຄວາມສ່ຽງມີຫຼາຍກໍລະນິດຕິດເຊື້ອໄວຣັດປ່ຽນພັນ Delta ຕື່ມອີກ. ອົງການດັ່ງກ່າວກໍໄດ້ຍົກອອກການຄາດຄະເນວ່າ ໄລ່ຮອດທ້າຍເດືອນ ສິງຫາ ຈຳນວນຜູ້ຕິດເຊື້ອໄວຣັດປ່ຽນພັນ Delta ຢູ່ ເອີີຣົບ ແລະ ອາເມລິກາ ຈະຂຶ້ນເຖິງ 90%.
        ສ່ວນຢູ່ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 6 ໂມງ ຫາເວລາ 12 ໂມງຂອງວັນທີ 07 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 400 ກໍລະກນີ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີຈຳນວນຜູູ້ຕິດເຊື້ອລາຍໃໝ່ຫຼາຍທີ່ສຸດ ດ້ວຍ 347 ກໍລະນີ. ຕອນບ່າຍວັນທີ 7 ກໍລະກົດ, ອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວຕື່ມອີກ 5 ກໍລະນີ. ເປັນປັນວ່າ, ໄລ່ຮອດເວລາ 12 ໂມງຂອງວັນດຽວກັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 22.741 ກໍລະນີ, ໃນນັ້ນ ມີ 8.077 ກໍລະນີໄດ້ຮັບການປິ່ນປົວຫາຍດີ ແລະ ມີ 102 ກໍລະນີເສຍຊີວິດ.
 (ແຫຼ່ງຄັດຈາກ VOV)

 ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ເສີມຂະຫຍາຍພູມປັນຍາ ແລະ ຄຸນນະທາດ ຫວຽດນາມ, ກ້າວຂຶ້ນຢ່າງແຮງໃນສັງກາດພັດທະນາໃໝ່

ກ່ອນທີ່ຈະຮອດປີໃໝ່ 2026, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໃຫ້ການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ.

Top