• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າ 21 ລ້ານຄົນ

ໄລ່ຮອດຕອນເຊົ້າວັນທີ 14 ສິງຫາ, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ- 19 ຫຼາຍກວ່າ 21 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນກວ່າ 751.600 ຄົນ.


ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຢູ່ອິນເດຍ ໃນມື້ຜ່ານມາຍັງສູງທີ່ສຸດໃນໂລກ

(ພາບ: Xinhua)


ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກວ່າໝູ່ຈາກໂລກລະບາດໂຄວິດ- 19. ມາຮອດປະຈຸບັນ, ອາເມລິກາ ມີຜູ້ຕິດໂລກລະບາດໂຄວິດ-19 ກວ່າ 5,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນເກືອບ 170.000 ຄົນ. ຢືນອັນດັບທີ 2 ແມ່ນ ບຣາຊິນ, ປະເທດນີ້ມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 3,2 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນກວ່າ 105.400 ຄົນ.

        ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຢູ່ອິນເດຍ ໃນມື້ຜ່ານມາຍັງສູງທີ່ສຸດໃນໂລກ ແມ່ນ 64.100 ຄົນ. ປະຈຸບັນ, ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ອິນເດຍ ແມ່ນກວ່າ 2,4 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 48.100 ຄົນ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top