• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທົ່ວໂລກມີກ່ວາ 51 ລ້ານຄົນຕິດເຊື້ອພະຍາດໂຄວິດ-19

      ຕາມອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດຕົ້ນເດືອນຕຸລາຜ່ານມາ, ທົ່ວໂລກມີວັກຊິນກັນໂຄວິດ-19 193 ຊະນິດ ພວມໄດ້ຮັບການຜັນຂະຫຍາຍ, ໃນນັ້ນ ມີວັກຊິນ 42 ຊະນິດພວມໄດ້ຮັບການທົດລອງໃສ່ຄົນ.

ພາບປະກອບ: Go Nakamura/Bloomberg
'      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 51,22 ລ້ານຄົນ, ໃນນັ້ນ ມີກ່ວາ 1,26 ລ້ານຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ອາເມລິກາ ໄດ້ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 120.356 ຄົນ, ໄລ່ມາຮອດປະຈຸບັນ, ອາເມລິກາ ລວມມີ 10,41 ລ້ານຄົນຕິດເຊື້ອພະຍາດໂຄວິດ-19 ໃນນັ້ນມີກ່ວາ 244.000 ຄົນເສຍຊີວິດ ແລະ ຍັງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19.
        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ວັນທີ 09 ພະຈິກ, ບັນດາບໍລິສັດການຢາ Pfizer (ອາເມລິກາ) ແລະ BioNTech (ເຢຍລະມັນ) ໄດ້ປະກາດວັກຊິນກັນພະຍາດໂຄວິດ-19 ຊະນິດໜຶ່ງ ໂດຍ 2 ບໍລິສັດດັ່ງກ່າວສົມທົບກັນຜັນຂະຫຍາຍ ເຊິ່ງລະດັບປະສິດທິຜົນມີເຖິງ 90% ໃນໄລຍະທົດລອງທີ 3 ໂດຍທົດລອງໃສ່ຄົນ ແລະ ກໍ່ແມ່ນໄລຍະສຸດທ້າຍຂອງການທົດລອງທີ່ພວມໄດ້ດຳເນີນ.
        ຕາມອົງການອະນາໄມໂລກ (WHO) ແລ້ວ, ໄລ່ຮອດຕົ້ນເດືອນຕຸລາຜ່ານມາ, ທົ່ວໂລກມີວັກຊິນກັນໂຄວິດ-19 193 ຊະນິດ ພວມໄດ້ຮັບການຜັນຂະຫຍາຍ, ໃນນັ້ນ ມີວັກຊິນ 42 ຊະນິດພວມໄດ້ຮັບການທົດລອງໃສ່ຄົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top