ຂ່າວສານ
ທຸກນະໂຍບາຍສຶກສາລຳລຸງສ້າງຕ້ອງໄດ້ວັດແທກດ້ວຍຄວາມກ້າວໜ້າ, ຄວາມຜາສຸກ ແລະ ອະນາຄົດຂອງນັກຮຽນ
ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຂະແໜງການສຶກສາ ແລະ ບຳລຸງສ້າງ ແລະ ບັນດາອົງການທີ່ກ່ຽວຂ້ອງກັບວຽກງານກະກຽມສົກຮຽນໃໝ່ 2026 – 2027 ແລະ ໝາກຜົນຂອງການປະຕິບັດມະຕິເລກທີ 71 ສະບັບອອກໃນວັນທີ 22 ສິງຫາ 2025 ຂອງກົມການເມືອງກ່ຽວກັບການບຸກທະລຸພັດທະນາການສຶກສາບຳລຸງສ້າງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າວຽກງານກະກຽມໃຫ້ແກ່ສົກຮຽນ 2026 – 2027 ແມ່ນການທົດລອງທຳອິດກ່ຽວກັບຄວາມສາມາດໃນການຜັນຂະຫຍາຍມະຕິເລກທີ 71 ຂອງກົມການເມືອງ ໃນຕົວຈິງ. ດັ່ງນັ້ນ, ບັນດາທ້ອງຖິ່ນ ຕ້ອງມີຄວາມຮັບຜິດຊອບຮັບປະກັນພື້ນຖານວັດຖຸ, ໂຮງຮຽນ, ຫ້ອງຮຽນ, ປຶ້ມຕາລາຮຽນ, ວັດຖຸອຸປະກອນຢ່າງພຽງພໍໂດຍພື້ນຖານໃຫ້ແກ່ສົກປີໃໝ່; ຢຶດໝັ້ນບໍ່ປະໃຫ້ນັກຮຽນຄົນໃດປະຮຽນຍ້ອນປະສົບກັບຄວາມຫຍຸ້ງຍາກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
ນະໂຍບາຍຕ້ອງປະຕິບັດຕາມຫຼັກການ ບ່ອນໃດປະສົບກັບຄວາມຫຍຸ້ງຍາກກວ່າ ບ່ອນນັ້ນໄດ້ຮັບການໜູນຊ່ວຍຫຼາຍກວ່າ, ຄູສອນຢູ່ບ່ອນໃດປະສົບກັບຄວາມຫຍຸ້ງຍາກໄດ້ຮັບນະໂຍບາຍດີກວ່າ. ສຳລັບຊາວຊົນເຜົ່າສ່ວນໜ້ອຍ, ເຂດພູສູງ, ຊາຍແດນ, ທະເລໝູ່ເກາະ, ຕ້ອງໃຫ້ບຸລິມະສິດຂັ້ນອະນຸບານ, ຮຽນພາສາຫວຽດກ່ອນເຂົ້າປໍ 1, ເຄິ່ງກິນນອນ, ຄາບເຂົ້າຢູ່ໂຮງຮຽນ, ຫ້ອງປະຕິບັດງານຂອງຄູສອນ, ເສັ້ນທາງໄປຍັງໂຮງຮຽນທີ່ປອດໄພ. ຢູ່ບ່ອນນີ້, ໂຮງຮຽນບໍ່ພຽງແຕ່ແມ່ນບ່ອນສອນໜັງສືເທົ່ານັ້ນ ຫາກຍັງແມ່ນການຊາຍຄ່າລວມຊຸມຊົນ, ປະກອບສ່ວນຮັກສາວັດທະນະທຳ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ປົກປ້ອງເຂດຊາຍແດນຂອງປະເທດຊາດອີກດ້ວຍ.






