• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທິມ​ຍິງ​ບັ້ງ​ໄຟ​ດອກຂອງ ຈີນ ຊີງ​ແຊັມ​ໃນ​​ເທດ​ສະ​ການຍິງ​ບັ້ງ​ໄຟ​ດອກ​ສາ​ກົນ ດ່າ​ໜັງ DIFF ປີ 2025

ທິມຍິງບັ້ງໄຟດອກ Jiangxi Yangfeng ຂອງ ຈີນ ຍາດໄດ້ແຊັມໃນການແຂ່ງຂັນຊະນະເລີດຂອງເທດສະການຍິງບັ້ງໄຟດອກສາກົນ ດ່າໜັງ DIFF ປີ 2025, ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 12 ກໍລະກົດ ຢູ່ນະຄອນ ດ່າໜັງ.
ລາຍການສະແດງຍິງບັ້ງໄຟດອກຂອງທິມ Jiangxi Yangfeng Art Display (ພາບ: VOV)

ດ້ວຍຫົວຂໍ້ “ດ່າໜັງ: ແກ້ວມະນີປະກາຍແຈ້ງ, ນະຄອນແຫ່ງອະນາຄົດ”, ທິມຍິງບັ້ງໄຟດອກ Jiangxi Yangfeng Art Display ຂອງ ຈີນ ໄດ້ສະແດງລາຍການຍິງບັ້ງໄຟດອກທີ່ເຕັມໄປດ້ວຍສີສັນ ປະສານກັບສຽງດົນຕີຂອງ 10 ບົດເພງ, ພິເສດ ແມ່ນມີການສະຫຼັບສັບຊ້ອນບົດເພງຫວຽດ “ບັກປຫຼິງ - ບົດເພງແນະນຳກ່ຽວກັບແຂວງ ບັກນິງ ຂອງ ຫວຽດນາມ” ເຮັດໃຫ້ລາຍການສະແດງແສງສີມີຄວາມຄຶກຄື້ນ ເຊື່ອມຕໍ່ລະຫວ່າງສອງພື້ນຖານວັດທະນະທໍທ. ລາຍການສະແດງດັ່ງກ່າວກໍເປັນການສະແດງຄວາມຮູ້ບຸນຄຸນທີ່ມີຕໍ່ນະຄອນ ດ່າໜັງ, ນະຄອນທະເລທີ່ພວມບືນຕົວຂຶ້ນຢ່າງແຮງ, ມຸ່ງໄປເຖິງອະນາຄົດພັດທະນາແບບຍືນຍົງ ແລະ ນະວັດຕະກຳ.

ໃນຂະນະນັ້ນ, ທິມ Z121 Vina Pyrotech ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຍາດໄດ້ອັນດັບທີສອງໃນເທດສະການ DIFF ປີ 2025 ດ້ວຍການສະແດງພາຍໃຕ້ຫົວຂໍ້ “ສານແຫ່ງສັນຕິພາບ” ທີ່ນຳໃຊ້ບັ້ງໄຟ 7000 ດອກ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ: ຫວຽດ​ນາມ ສະ​ແດງ​ຄວາມ​​ຍິນ​ດີ​​ຕໍ່​ວິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະແດງຄວາມຍິນດີຕໍ່ບັນດາວິສາຫະກິດທີ່ມີຄວາມສົນໃຈ ແລະ ມີແຜນການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພັດທະນາຕົວເມືອງອັດສະລິຍະ.

Top