• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທັງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ລ້ວນແຕ່ລະເມີດຂໍ້ຕົກລົງຢຸດຍິງ ໃນເຫດຍິງປືນຢູ່ເຂດປອດການທະຫານ

      UNC ໄດ້ສະຫຼຸບວ່າ ສປປ.ເກົາຫຼີ ໄດ້ລະເມີດຂໍ້ຕົກລົງ ເມື່ອໄດ້ຍິງປືນໃສ່ປ້ອມຍາມຂອງ ສ.ເກົາຫຼີ ແລະ ສ.ເກົາຫຼີ ກໍລະເມີດຂໍ້ຕົກລົງຢຸດຍິງຄືກັນ ເມື່ອຍິງໂຕ້ຕອບ ສປປ.ເກົາຫຼີ.

ເຂດປອດການທະຫານ (DMZ) ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (ພາບປະກອບ:  Yonhap/TTXVN)
      ໃນຖະແຫຼງການທີ່ໄດ້ຍົກອອກໃນວັນທີ 26 ພຶດສະພາ, ກອງບັນຊາການ ສປຊ (UNC) ຊີ້ແຈ້ງວ່າ ທັງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ລ້ວນແຕ່ລະເມີດຂໍ້ຕົກລົງຢຸດຍິງໃນເຫດຍິງປືນໃສ່ກັນ ເມື່ອຕົ້ນເດືອນພຶດສະພາ 2020 ຢູ່ເຂດປອດການທະຫານ (DMZ) ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. UNC ໄດ້ຍົກອອກຂໍ້ສະຫຼຸບພາຍຫຼັງທີ່ດໍາເນີນການສືບສວນແກ່ຍາວເປັນເວລາ 2 – 3  ອາທິດ ກ່ຽວກັບເຫດການທີ່ເກີດຂຶ້ນໃນວັນທີ 3 ພຶດສະພາ ລະຫວ່າງ ສປປ.ເກົາຫຼີ ກັບ ສ.ເກົາຫຼີ.
        UNC ໄດ້ສະຫຼຸບວ່າ ສປປ.ເກົາຫຼີ ໄດ້ລະເມີດຂໍ້ຕົກລົງ ເມື່ອໄດ້ຍິງປືນໃສ່ປ້ອມຍາມຂອງ ສ.ເກົາຫຼີ ແລະ ສ.ເກົາຫຼີ ກໍລະເມີດຂໍ້ຕົກລົງຢຸດຍິງຄືກັນ ເມື່ອຍິງໂຕ້ຕອບ ສປປ.ເກົາຫຼີ. ເຖິງຢ່າງໃດກໍຕາມ, UNC ໃຫ້ຮູ້ວ່າ ບໍ່ສາມາດຢັ້ງຢືນໄດ້ຢ່າງຊັດເຈນວ່າ ການກະທໍາຍິງປືນຈາກຝ່າຍ ສປປ.ເກົາຫຼີ ແມ່ນການກະທໍາ ໂດຍບໍ່ຕັ້ງໃຈ ຫຼື ມີຈຸດປະສົງ.
 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top