• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖ້ຽວບິນໂດຍກົງທຳອິດສົ່ງພົນລະເມືອງຫວດຽນາມ ຈາກ ອາເມລິກາ ກັບເມືອປະເທດໃນປີ 2021

      ຖ້ຽວບິນມີໝາຍເລກ VN5 ດ້ວຍເຮືອບິນ Boeing 787-9 Dreamliner ໃນການເດີນທາງຈາກ ຮ່າໂນ້ຍ ໄປ Washington D.C ຜ່ານ  Anchorage ລັດ Alaska, ປະເທດ ອາເມລິກາ ແລ້ວກັບເມືອຫວຽດນາມ.
ສະມາຊິກຈຸບິນທັງໝົດໃນຖ້ຽວບິນໂດຍກົງທຳອິດຈາກ ອາເມລິກາ  ໄປ ຫວຽດນາມ ໃນເດືອນ 6/2021 ໝາຍເລກ  VN 5 (ພາບ: VNA)
      ດ້ວຍການຊີ້ນຳຂອງກະຊວງການຕ່າງປະເທດຫວຽດນາມ, ການສົມທົບລະຫວ່າງສະຖານທູດຫວຽດນາມ ປະຈຳ ອາເມລິກາ ແລະ ບັນດາອົງການທີ່ມີສ່ວນກ່ຽວຂ້ອງຢູ່ພາຍໃນ ແລະ ຕ່າງປະເທດ, ບໍລິສັດການບິນຫວຽດນາມ (Vietnam Airlines) ຫາກໍ່ປະຕິບັດສຳເລັດຖ້ຽວບິນໂດຍກົງທຳອິດໄປຍັງ ອາເມລິກາ ໃນປີ 2021 ເພື່ອຮັບພົນລະເມືອງ ຫວຽດນາມ 240 ຄົນກັບເມືອປະເທດ. ຖ້ຽວບິນດັ່ງກ່າວມີໝາຍເລກ VN5 ດ້ວຍເຮືອບິນ Boeing 787-9 Dreamliner ໃນການເດີນທາງຈາກ ຮ່າໂນ້ຍ ໄປ Washington D.C ຜ່ານ  Anchorage ລັດ Alaska, ປະເທດ ອາເມລິກາ ແລ້ວກັບເມືອຫວຽດນາມ. ໃນສະພາບໂລກລະບາດໂຄວິດ 19 ຍັງສັບສົນນັ້ນ, ບໍລະສັດການບິນຫວຽດນາມ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດລະດັບ 4 ຊື່ງແມ່ນລະດັບສູງສຸດໃນລະບົບມາດຖານຄວາມປອດໄພໂຄວິດຂອງ Vietnam Airlines ເພື່ອຈຳກັດຄວາມສ່ຽງຕິດແປດໃນຖ້ຽວບິນຢູ່ໃນລະດັບຕ່ຳສຸດ. ນີ້ແມ່ນ 1 ໃນ 12 ຖ້ຽວບິນທີ່ Vietnam Airlines ໄດ້ຮັບໜັງສືອະນຸຍາດເມື່ອຕົ້ນເດືອນມິຖຸນາ ເພື່ອສົ່ງພົນລະເມືອງ ຫວຽດນາມ ຈາກ ອາມເລິກາ ກັບເມືອປະເທດໃນປີນີ້.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top