• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ

ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ກໍ່​ຄື​ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ພາ
  (ພາບປະກອບ: VNA)  

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ທ່ານ​ນາງ Cindy Kiro, ຜູ້​ສຳ​ເລັດ​ລາດ​ຊະ​ການ​ແຫ່ງ ນິວ​ຊີ​ແລນ, ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໄປຢ້ຽມ​ຢາມ ນິວ​ຊີ​ແລນ ​ທາງລັດ​ທະ​ກິດ​ແຕ່​ວັນ​ທີ 12-13 ສິງ​ຫາ​ປີ 2026. ສອງ​ຝ່າຍ​ໄດ້​ອອກ ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ.

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ-ນິວ​ຊີ​ແລນ ຢືນ​ຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ເຊື່ອມ​ຕົວ​ເສດ​ຖະ​ກິດ​ແມ່ນ​ກຳ​ລັງ​ໜູນຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ນິວ​ຊີ​ແລນ. ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ຕັດ​ສິນ​ໃຈ​ຊຸກ​ຍູ້​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ; ໃຫ້​ຄຳ​ໝັ້ນ​ສັນ​ຍາ ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ລະ​ບົບ​ການ​ຄ້າ​ສອງ​ຝ່າຍ​ເສ​ລີ, ເປີດ​ກ້​ວາງ, ກວມ​ລວມ ແລະ ອີງ​ຕາມ​ຂໍ້​ກຳ​ນົດ ພ້ອມ​ທັງ​ຊອກ​ຫາ​ບັນ​ດາ​ການ​ປ່ຽນ​ແປງ​ໃໝ່​ໃນ​ການ​ຄ້າ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ສ້າງ​ເສດ​ຖະ​ກິດ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຊົມ​ເຊີຍ​ການ​ເປີດ​ກ້​ວາງ​ການ​ເຂົ້າ​ເຖິງ​ຕະຫຼາດ​ສອງ​ສົ້ນ; ສົ່ງ​ເສີມ​ການ​ສ້າງ​ສາຍ​ການ​ບິນ​ໂດຍ​ກົງ ຫວຽດ​ນາມ-ນິວ​ຊີ​ແລນ ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ, ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ພົບ​ປະ​ແລກ​ປ່ຽນ ປ​ຊ​ຊ.

ສອງ​ຝ່າຍ​ຢືນ​ຢັນ​ຄືນ​ໃໝ່ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ກໍ່​ຄື​ບົດ​ບາດ​ສຳ​ຄັນ​ຂອງ ອາ​ຊຽນ ແລະ ບັນ​ດາ​ກົນ​ໄກ​ໂດຍ ອາ​ຊຽນ ນຳ​ພາ ໃນ​ການ​ຮັກ​ສາ​ໂຄງ​ປະ​ກອບ​ພາກ​ພື້ນ​ເປີດ, ຈະ​ແຈ້ງ, ສ້າງຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກວມ​ລວມ ແລະ ອີງ​ຕາມ​ຂໍ້​ກຳ​ນົດ ດ້ວຍ​ພື້ນ​ຖານ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ, ເນັ້ນ​ໜັກ​ວ່າ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 (UNCLOS) ແມ່ນ​ຂອບ​ເຂດ​​ນິ​ຕິ​ກຳ​ຮອບ​ດ້ານ​ໃຫ້​ແກ່​ທຸກ​ການ​ເຄື່ອນ​ໄຫວ​ໃນ​ບັນ​ດາ​ເຂດ​ທະ​ເລ ແລະ ມະ​ຫາ​ສະ​ໝຸດ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ ​ທາງລັດ​ທະ​ກິດຢ່າງ​ຈົບ​ງາມ

ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ນິວ​ຊີ​ແລນ ​ທາງລັດ​ທະ​ກິດຢ່າງ​ຈົບ​ງາມ

ທ່ານເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ Christopher Luxon ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ການມອບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສອງ​ປະ​ເທດ.

Top